ກົມ​ອຸຕຸນິຍົມ​ຂອງ​ອົດ​ສະ​ຕາ​ລີ ແຈ້ງ​ໃຫ້​ຮູ້ເມື່ອ​ວັນ​ທີ 16 ມັງກອນ​ນີ້​ວ່າ 4 ມື້​ທີ່​ຜ່ານ​ມາໄດ້​ນອນ​ຢູ່​ໃນ 10 ມື້​ທີ່​ມີ​ອາກາດ​ສູງ​ສຸດ​ໃນ​ປະຫວັດສາດ​ຂອງ​ອົດ​ສະ​ຕາ​ລີ ໂດຍ​ທີ່​ອຸ່ນ​ຫະ​ພູມ​ບາງ​ແຫ່ງແທກ​ໄດ້​ເກືອບ 50 ອົງສາ C.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟີ​ລິບ ເພີ​ກິນ ຊ່ຽວຊານ​ດ້ານ​ອຸຕຸນິຍົມ ເວົ້າ​ວ່າອຸ່ນ​ຫະ​ພູມ​ຢູ່​ໃນ​ລັດ​ອົດ​ສະ​ຕາ​ລີ​ໃຕ້ ໃນ​ວັນ​ທີ 15 ມັງກອນ ໄດ້​ທຳລາຍ​ສະຖິຕິ​ທີ່​ມີ​ແຕ່ໃດໆ​ມາ ເຮັດ​ໃຫ້​ເຂດ​ດັ່ງກ່າວກາຍເປັນ​ໜຶ່ງໃນ​ບັນດາ​ບ່ອນ​ທີ່​ຮ້ອນ​ທີ່​ສຸດ​ໃນ​ໂລກ ຊຶ່ງ​ໃນ​ບັນດາ​ນະຄອນ​ຢູ່​ໃນ​ລັດ​ດັ່ງກ່າວແມ່ນ​ມີ​ນະຄອນ ທາ​ຄູ​ຣາ ເປັນ​ບ່ອນ​ທີ່​ມີ​ອຸ່ນ​ຫະ​ພູມ​ສູງ​ສຸດ ຄື​ຢູ່​ທີ່ 49 ອົງສາ C. ຖັດ​ລົງ​ມາ​ກໍ່​ແມ່ນ​ນະຄອນ ອາວ​ກູ​​ສ​ຕາ ທີ່​ແທກ​ອຸ່ນ​ຫະ​ພູມ​ໄດ້​ສູງ​ເຖິງ 48,9 ອົງສາ C ນັບ​ວ່າ​ສູງ​ກວ່າ​ເກືອບ 1 ອົງສາ C ເມື່ອ​ທຽບໃສ່​ສະຖິຕິທີ່​ບັນທຶກ​ໄວ້​ໃນ​ວັນ​ທີ 7 ກຸມພາ ປີ 2009 ຊຶ່ງ​ເປັນ​ມື້​ທີ່​ເກີດ​ໄຟ​ໄໝ້​ຮຸນ​ແຮງ​ຢູ່​ໃນ​ລັດ ວິກ​ຕໍ​ເຣຍ ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 173 ຄົນ.

ຂ່າວ: ວຽງຈັນໃໝ່