ດ້ວຍຈໍານວນບັດສະໜັບສະໜູນ 325 ບັດ ແລະ ບັດຄ້ານ 306 ບັດ, ວັນທີ 16 ມັງກອນ, ລັດຖະບານຂອງ ທ່ານນາງນາຍົກລັດຖະມົນຕີອັງກິດ  Theresa May ໄດ້ຜ່ານຜ່າການປ່ອນບັດໄວ້ວາງໃຈຢູ່ສະພາແຫ່ງຊາດຂອງປະເທດນີ້. ຜ່ານນັ້ນເປັນການເປີດຊ່ອງທາງເພື່ອໃຫ້ການນໍາອັງກິດມານະພະຍາຍາມສ້າງຄວາມເຫັນດີເປັນເອກະພາບຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບຂໍ້ຕົກລົງວ່າດ້ວຍເລື່ອງປະເທດນີ້ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ) ຫຼືເອີ້ນວ່າ Brexit.

leftcenterrightdel
ທ່ານນາຍົກລັດຖະມົນຕີອັງກິດ Theresa May ພ້ອມດ້ວຍບັນດາສະມາຊິກລັດຖະສະພາ ທີ່ການປ່ອນວັນໃນວັນທີ 16/1. ພາບ:AFP/TTXVN.

ແລະກໍໃນວັນດຽວກັນ, ໜັງສືພິມ The Times ໄດ້ລົງຂ່າວວ່າບັນດາເຈົ້າໜ້າທີ່ ອີຢູ ພວມພິຈາລະນາບັນດາແຜນການໂຈະເລື່ອງອັງກິດຖອນຕົວອອກຈາກກຸ່ມນີ້ໄປຮອດປີ 2020, ພາຍຫຼັງ ເຢຍລະມັນ ແລະ ຝລັ່ງສະແດງໃຫ້ເຫັນວ່າເຂົ້າເຈົ້າໄດ້ກຽມພ້ອມ ເພື່ອແກ່ຍາວບັນດາການເຈລະຈາ Brexit, ໃນສະພາບທີ່ເວທີການເມືອງ ອັງກິດ ພວມສັບສົນວຸ້ນວາຍ.

ແຫຼ່ງຄັດຈາກ: vovworld.vn