ອາເມລິກາ ຈະຖອນຕົວອອກຈາກສົນທິສັນຍາບັນດາກໍາລັງນິວເຄຼຍໄລຍະກາງ (INF) ໃນວັນທີ 02 ກຸມພາ ຈະມາເຖິງ. ຂໍ້ມູນດັ່ງກ່າວໂດຍທ່ານນາງ Andrea Thompson, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຜູ້ຮັບຜິດຊອບກ່ຽວກັບບັນຫາຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນໄດ້ແຈ້ງໃຫ້ບັນດາສະມາຊິກຂອງ  ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຮັບຊາບໃນວັນທີ 16 ມັງກອນ.

leftcenterrightdel
ພາບປະກອບຈາກ: REUTERS/ ສໍານັກຂ່າວສານຫວຽດນາມ.

ທ່ານນາງ Andrea Thompson ຊີ້ແຈ້ງວ່າການປຶກສາຫາລືກັບບັນດາອົງການເຈົ້າໜ້າທີ່ລັດເຊຍ ແມ່ນເພື່ອຮັກສາ INF ແມ່ນ “ເປັນໜ້າຜິດຫວັງ” ແລະ ຖືວ່າ ລັດເຊຍ ສືບຕໍ່ລະເມີດບັນດາຂໍ້ຫຼັກໃນ INF, ໃນຂະນະນັ້ນ ມົດສະກູ ກໍບໍ່ບອກລາຍລະອຽດວ່າຈະດັດປັບຄືແນວໃດກັບສົນທິສັນຍາດັ່ງກ່າວໃນອະນາຄົດ.

ແຫຼ່ງຂໍ້ມູນຂ່າວດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງການເຈລະຈາລະຫວ່າງຝ່າຍລັດເຊຍ ແລະ ອາເມລິກາ ເພື່ອກູ້ເອົາ INF ຊຶ່່ງໄດ້ຈັດຂຶ້ນຢູ່ ເຊີແນວ, ສະວິດ ເປັນເວລາໜຶ່ງວັນ ການເຈລະຈາ ບໍ່ໄດ້ຮັບຜົນດີ ແລະ ເມື່ອສອງຝ່າຍສືບຕໍ່ຕໍານິຕິຕຽນເຊິ່ງກັນ ແລະກັນ.

ແຫຼ່ງຄັດຈາກ: vovworld.vn