leftcenterrightdel
ພາບປະກອບຈາກ: Reuters.

ໄຕມາດ 2/2018, ຄັງສຳຮອງເງິນຕາ ແລະໂລຫະຄຳຂອງ RCB ຫຼຸດລົງຈາກ 460 ຕື້ໂດລາສະຫະລັດ ເຫລືອ 458,1 ຕື້ໂດລາສະຫະລັດ. ການລົງທຶນເຂົ້າສະກຸນເງິນຢວນ ຫຼາຍກວ່າ 44 ຕື້ໂດລາສະຫະລັດ, ເພີ່ມຂື້ນ 3 ເທົ່າເມື່ອທຽບໃສ່ສະກຸນເງິນໂດລາສະຫະລັດ, ສະກຸນເງິນເອີໂຣ ເພີ່ມຂຶ້ນ 45%.

ສ່ວນສະກຸນເງິນໂດລາສະຫະລັດ ຫຼຸດລົງເຄິ່ງໜື່ງ (100 ຕື້ໂດລາສະຫະລັດ). RCB ຫຼຸດຜ່ອນນຳໃຊ້ສະກຸນເງິນໂດລາ ສະຫະລັດ ຖືເປັນມາດຕະການໜຶ່ງເພື່ອຫຼຸດດຜ່ອນການເອື້ອອິງເຂົ້າສະກຸນເງິນຂອງ ສ.ອາເມລິກາ, ທ່າມກາງບັນດາມາດຕະການ ຂວ້ຳບາດເຂົ້າໃນລະບົບການເງິນຂອງຣັດເຊຍ.

ຂ່າວ: ຂປລ