ເຫດລະເບີດດັ່ງກ່າວກໍ່ເຮັດໃຫ້ຕຶກອາຄານຖືກເປ່ເພ ແລະວັດຖຸເຄື່ອງຂອງໃນເຂດຊຸມຊົນຢູ່ອ້ອມຂ້າງຖືກເສຍຫາຍ. ມີການສືບສວນພວມຮີບເຮັ່ງປະຕິບັດກຳນົດສາຍເຫດກໍ່ໃຫ້ເກີດເຫດລະເບີດ, ເຫດລະເບີດດັ່ງກ່າວເບິ່ງຄືວ່າແມ່ນຍ້ອນກ່ຽວຂ້ອງເຖິງເລື່ອງອາຍແກັດຮົ່ວ. ກ່ອນທີ່ເກີດເຫດລະເບີດ, ບັນດາພາລະກອນດັບເພິງໄດ້ມາຮ້ານຂາຍເຂົ້າໜົມເມື່ອໄດ້ຮັບຂ່າວວ່າຮ້ານນີ້ມີອາຍແກັດຮົ່ວ ແລະເຫດການໄດ້ເກີດຂຶ້ນກົງກັບຈຸດເວລາທີ່ເຂົາເຈົ້າພວມສ້ອມແປງ.

leftcenterrightdel
ເຫດລະເບີດຢູ່ໃຈກາງນະຄອນຫຼວງປາຣີ ກ່ຽວຂ້ອງເຖິງບັນຫາອາຍແກັດຮົ່ວ. ພາບ: Reuters.

ຕາມສະຖານທູດຫວຽດນາມ ປະຈຳ ຝະລັ່ງ ແລ້ວ, ໃນຈຳນວນຜູ້ຖືກເຄາະຮ້າຍບໍ່ມີຜູ້ໃດຖືສັນຊາດຫວຽດນາມ. ປະຈຸບັນ, ສະຖານທູດຫວຽດນາມ ປະຈຳ ຝະລັ່ງ ພວມຕິດຕາມເຫດການຢ່າງໃກ້ຊິດ.

ແຫຼ່ງຄັດຈາກ: vovworld.vn