ວັນທີ 4 ມັງກອນ, ກະຊວງການຕ່າງປະເທດອາເມລິກາ ແຈ້ງໃຫ້ຊາບວ່າທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຈະເດີນທາງໄປປະຕິບັດງານຢູ່ 8 ປະເທດຕາເວັນອອກກາງ ໃນອາທິດໜ້າເພື່ອປັບປຸງການພົວພັນກັບບັນດາປະເທດພັນທະມິດທີ່ສໍາຄັນພາຍຫຼັງໄລຍະເກີດຄວາມເຄັ່ງຕຶງຍ້ອນບັນດາບັນຫາ ຄື: ສົງຄາມຢູ່ Yemen, ແຜນການຖອນກໍາລັງທະຫານອາເມລິກາ ອອກຈາກ ຊີຣີ, ເຫດການນັກຂ່າວ Jamal Khashoggi ຖືກເຂັ່ນຂ້າ ຢູ່ Istanbul, ປະເທດຕວກກີີ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: AFP/TTXVN)

ຕາມແຜນການແລ້ວ, ທ່ານ Mike Pompeo  ຈະເລີ່ມເດີນທາງແຕ່ວັນທີ 8 ມັງກອນ ເພື່ອໄປຍັງນະຄອນຫຼວງ 8 ແຫ່ງ ຄື:    Amman (ປະເທດ ຈໍແດນ), Cairo (ອີຢີບ), Manama (ບາເຣນ),   Abu Dhabi (ສະຫະລັດ ອາຣັບ ເອມີເລດ),  Doha (ກາຕາ), Riyah (ຊະອຸດິ ອາຣາບີ),  Muscat ( ໂອມານ) ແລະສຸດທ້າຍແມ່ນ Kuwait  City (ກູເວດ).

ທ່ານ Mike Pompeo ຈະປັບປຸງການພົວພັນສໍາພັນທະມິດກັບກຸ່ມ 6 ປະເທດຂຶ້ນກັບສະພາຮ່ວມມືເຂດອ່າວເປີເຊຍ (GCC).

 

ແຫຼ່ງຄັດຈາກ: vovworld.vn