leftcenterrightdel
ທ່ານ Raúl Castro Ruz ເລຂາຜູ້ທີໜຶ່ງພັກກອມມູນິດກູບາ ກ່າວຄໍາເຫັນຢູ່ສຸສານ Santa Ifigenia. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Raúl Castro Ruz ຢັ້ງຢືນວ່າ, ການປະຕິວັດໂດຍຜູ້ນໍາ Fidel Castro ນໍາໜ້າແມ່ນການສືບທອດຂອງບັນດາການຕໍ່ສູ້ຍາດເອົາເອກະລາດນັບແຕ່ສະຕະວັດທີ XIX ດ້ວຍຮູບປະພັນແມ່ນນັກວິລະຊົນຂອງຊາດ José Martí. ພາຍຫຼັງຫວນຄືນໄລຍະທາງເຊິ່ງການປະຕິວັດກູບາ ໄດ້ຜ່ານຜ່າ, ທ່ານ Raúl Castro Ruz ເນັ້ນໜັກວ່າ: “ຊົນຊາດກູບາ ວິລະຊົນໃນອະດີດຕະການ ແລະປັດຈຸບັນແມ່ນເອກອ້າງທະນົງໃຈກ່ຽວກັບປະຫວັດສາດຂອງຕົນ, ຍາມໃດກໍ່ຈົ່ງຮັກພັກດີຕໍ່ອຸດົມການ ແລະພາລະກິດປະຕິວັດ, ໄດ້ຕໍ່ສູ້ຢ່າງເດັດດ່ຽວ ແລະມີໄຊຊະນະໃນ 6 ທົດສະວັດຢ່າງລຽນຕິດ ເພື່ອປົກປັກຮັກສາລັດທິສັງຄົມນິຍົມ”.

 

ໂດຍ: ທູຈາງ