ວັນທີ 15 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammaf Javad Zarif  ຖະແຫຼງວ່າບັນດາມາດຕະການລົງໂທດຂອງ ອາເມລິກາ ບໍ່ສົ່ງຜົນກະທົບເຖິງບັນດານະໂຍບາຍຂອງ ເຕເຮຣານ ຢູ່ພາຍໃນປະເທດ ກໍຄືຕ່າງປະເທດ. ກ່າວຄໍາເຫັນຢູ່ເວທີປາໄສ Doha  ຢູ່ Qatar  ໂດຍມີການເຂົ້າຮ່ວມຂອງບັນດານັກວາງແຜນນະໂຍບາຍແຖວໜ້າ, ຜູ້ນໍາໜ້າຂະແໜງການຕ່າງປະເທດ ອີຣານ ຊີ້ແຈ້ງວ່າ: “ແນ່ນອນວ່າພວກຂ້າພະເຈົ້າພວມຕ້ອງປະເຊີນໜ້າກັບກໍາລັງດັນຈາກບັນດາມາດຕະການລົງໂທດຂອງ ອາເມລິກາ. ແຕ່ສິ່ງດັ່ງກ່າວຈະພາໄປໃຫ້ນະໂຍບາຍປ່ຽນແປງ ຫຼື ບໍ? ຂ້າພະເຈົ້າສາມາດຢັ້ງຢືນໄດ້ວ່າບໍ່ປ່ຽນແປງ”.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Zarif   ເຄີຍຖະແຫຼງວ່າ ເຕເຮຣານ ຈະບໍ່ດໍາເນີນການເຈລະຈາກັບວໍຊິງຕັນ ກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງສອງຝ່າຍ, ໃນສະພາບການບັນດາເງື່ອນໄຂຍັງບໍ່ທັນສຸກງອມ.

ແຫຼ່ງຄັດຈາກ: vovworld.vn