ທ່ານລັດຖະມົນຕີການຕ່າງປະເທດອັງກິດ Jeremy Hunt  ຖືວ່າສະພາແຫ່ງຊາດຂອງປະເທດນີ້ຍັງຄົງອາດຈະສະໜັບສະໜູນຂໍ້ຕົກລົງຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May  ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ), ຫຼື ຍັງເອີ້ນວ່າ  Brexit, ຖ້າຫາກວ່າບັນດາສະມາຊິກໄດ້ຮັບການຮັບປະກັນຈາກ ອີຢູ. ເຖິງຢ່າງໃດກໍ່ຕາມ, ທ່ານກໍກ່າວເຕື່ອນວ່າອາດຈະເກີດແຜນການ ຄື Brexit ໂດຍບໍ່ມີຂໍ້ຕົກລົງ. ເມື່ອກ່າວຄໍາເຫັນຕໍ່ວິທະຍຸກະຈາຍສຽງ BBC  ໃນວັນທີ 15 ທັນວາ, ທ່ານລັດຖະມົນຕີ Hunt ເນັ້ນໜັ້ກວ່າ: “ເມື່ອຄວາມເຄັ່ງຕຶງຫຼຸດລົງ, ວິທີໜຶ່ງດຽວເພື່ອໃຫ້ສະພາຕໍ່າຮັບຮອງເອົານັ້ນແມ່ນຕ້ອງມີຂໍ້ຕົກລົງສະບັບໜຶ່ງ ເຊິ່ງລັດຖະບານໄດ້ເຈລະຈາແລ້ວ”. ຕາມທ່ານແລ້ວ, ອີຢູ ອາດຈະມີບັນດາການຜ່່ອນສັ້ນຜ່ອນຍາວ ເພື່ອຫຼີກລ້ຽງກໍລະນີ ອັງກິດ ຖອນຕົວອອກຈາກສະຫະພາບດັ່ງກ່າວ ໂດຍບໍ່ບັນລຸໄດ້ຂໍ້ຕົກລົງເຊິ່ງເປັນສະພາບການທີ່ທັງສອງຝ່າຍລ້ວນແຕ່ຖືວ່າຈະສົ່ງຜົນເສຍຫາຍຢ່າງໃຫຍ່ຫຼວງຕໍ່ດ້ານການຄ້າ ແລະພື້ນຖານເສດຖະກິດ.

ແຫຼ່ງຄັດຈາກ: vovworld.vn