ພາຍຫຼັງ​ໄດ້​ຖືກ​ສົ່ງ​ຂຶ້ນ​ສູ່​ອາວະກາດ​ແລ້ວຍານ​ສຳ​ຫຼວດ​ດວງ​ຈັນ “ຊາງ​ເອີ ເລກ 4” ຈະ​ຜ່ານ​ການ​ຈາກ​ວົງ​ໂຄຈອນ​ໜ່ວຍ​ໂລກຫັນປ່ຽນ​ເຂົ້າ​ໄປ​ສູ່​ໂຄຈອນ​ດວງ​ຈັນຢຸດ​ນິ້ງ​ຢູ່​ຕາມ​ວົງ​ໂຄຈອນ​ດວງ​ຈັນ ແລະ​ບິນ​ອ້ອມ​ດວງ​ຈັນແລ້ວ​ລົງ​ຈອດ​ຢູ່​ໜ້າດິນ​ຂອງ​ເບື້ອງ​ຫຼັງ​ດວງ​ຈັນ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດຂອງ​ມະນຸດ ເພື່ອ​ດຳເນີນ​ການ​ສຳ​ຫຼວດ​ຈຸດ​ທີ່​ກຳນົດ​ໄວ້ ແລະ​ສຳ​ຫຼວດ​ແບບ​ທົ່ວ​ໄປ​ຢູ່​ເບື້ອງ​ຫຼັງ​ຂອງ​ດວງ​ຈັນທັງ​ຈະ​ບັນລຸ​ການ​ສື່ສານ​ລະຫວ່າງ​ໜ່ວຍ​ໂລກກັບ​ເບື້ອງ​ຫຼັງ​ຂອງ​ດວງ​ຈັນໂດຍ​ຜ່ານ​ດາວ​ທຽມ​ຕໍ່​ສັນຍານ “ຊຸ້ຍ​ຊຽວ” ທີ່​ກຳລັງ​ຢູ່​ໃນ​ວົງ​ໂຄຈອນ​ຂອງ​ມັນ​ເອງ.

leftcenterrightdel
ພາບປະກອບຈາກ: ສຳນັກຂ່າວສານຫວຽດນາມ.

ໃນ​ໂຄງການຍານ​ສຳ​ຫຼວດ​ດວງ​ຈັນ “ຊາງ​ເອີ ເລກ 4 ” ຄັ້ງ​ນີ້ ຈີນ​ໄດ້​ຮ່ວມ​ມື​ດ້ານ​ວິທະຍາສາດ​ກັບ​ສີ່​ປະເທດ ໄດ້ແກ່ໂຮນ​ລັງ, ເຢຍ​ລະ​ມັນ, ຊູ​ແອດ ແລະອາ​ຣາ​ບີ ຊາ​ອຸ​ດິດ. ໂຄງການ​ດັ່ງກ່າວ​ໄດ້​ເລີ່ມ​ປະຕິບັດ​ຢ່າງ​ເປັນ​ທາງ​ການນັບ​ແຕ່​ເດືອນ​ມັງກອນ 2016 ເປັນຕົ້ນ​ມາ ລວມ​ມີໜ້າ​ທີ່ 2 ຢ່າງ​ຄືການ​ຍິງ​ສົ່ງ​ດາວ​ທຽມ​ຕໍ່​ສັນຍານ ແລະ​ຍານ​ສຳ​ຫຼວດ​ດວງ​ຈັນ ຊຶ່ງ​ການ​ຍິງ​ສົ່ງ​ດາວ​ທຽມ​ຕໍ່​ສັນຍານ “ຊຸ້ຍ​ຊຽວ” ໄດ້​ສຳເລັດ​ໃນ​ວັນ​ທີ 21 ພຶດສະພາ 2018 ແລະ​ດາວ​ທຽມ​ດັ່ງກ່າວ​ໄດ້​ເຂົ້າ​ສູ່​ວົງ​ໂຄຈອນ​ທີ່​ກຳນົດ​ໄວ້ປັດຈຸບັນສະພາບ​ໝູນ​ເດີນ​ຂອງ​ດາວ​ທຽມ​ນີ້​ເປັນ​ໄປ​ປົກກະຕິ.

ຂ່າວ: ວຽງຈັນໃໝ່