leftcenterrightdel
ທ່ານນາງ Theresa May ນາຍົກລັດຖະມົນຕີອັງກິດ. ພາບ: ສຳນັກຂ່າວສານຫວຽດນາມ.

ວັນທີ 21 ພະຈິກ, ທ່ານນາງ Theresa May ນາຍົກລັດຖະມົນຕີອັງກິດ ໃຫ້ຮູ້ວ່າ: ປະເທດນີ້ພ້ອມກັບສະຫະພາບເອີລົບ (EU) ຍັງຢູ່ໃນໄລຍະເຈລະຈາກ່ຽວກັບຖະແຫຼງການການເມືອງໃຫ້ແກ່ການພົວພັນໃນອະນາຄົດລະຫວ່າງສອງຝ່າຍພາຍຫຼັງອັງກິດ ຖອນຕົວອອກຈາກ EU ຫຼື ເອີ້ນວ່າ Brexit. ກ່າວຄຳເຫັນຢູ່ສະພາແຫ່ງຊາດອັງກິດ, ທ່ານນາງ May ໄດ້ຊີ້ແຈ້ງວ່າສອງຝ່າຍພວມສືບຕໍ່ເຈລະຈາກ່ຽວກັບອະນາຄົດຂອງການພົວພັນອັງກິດ - EU ຫລັງ Brexit ດ້ວຍຈຸດປະສົງບັນລຸໄດ້ຂໍ້ຕົກລົງທີ່ດີ ແລະ “ເໝາະສົມກັບອັງກິດ”.

ກໍ່ໃນວັນທີ 21 ພະຈິກ, ທ່ານນາງ Theresa May ນາຍົກລັດຖະມົນຕີອັງກິດ ມີການພົບປະກັບທ່ານປະທານຄະນະກຳມະການເອີລົບ (EC) Jean Claude – Junke ຢູ່ ບຣຸກແຊນ ເພື່ອແລກປ່ຽນ ແລະປຶກສາຫາລືລາຍລະອຽດຄັ້ງສຸດທ້າຍຂອງຂໍ້ຕົກລົງ Brexit.

ແຫຼ່ງຄັດຈາກ: vovworld.vn