ໂອກາດດັ່ງກ່າວ,  ຜູ້ຂຽນໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວ  ແລະວັດທະນະທໍາ ຄື ຖະໜົນເມືອງເກົ່າທີ່ມີຊື່ສຽງ  ແລະມີອາຍຸປະມານ 740 ກວ່າປີ,  ສ້າງໃນສະໄໝຣາດຊະວົງຢວນ  ເພື່ອໃຊ້ເປັນທີ່ພັກອາໃສຂອງບັນດາຂຸນນາງ ແລະປັດຈຸບັນລັດໄດ້ກຳນົດເຂດດັ່ງກ່າວ,  ໃຫ້ເປັນເຂດການຄ້າ,  ຊຶ່ງມີຜູ້ຄົນມາທ່ຽວຊົມ ແລະຊື້ຂາຍເປັນຈຳນວນຫລວງຫລາຍໃນແຕ່ລະວັນ,  ໂດຍເລີ່ມເປີດບໍລິການແຕ່ເວລາ 10:00 ໂມງ ຫາ ທ່ຽງຄືນ.

leftcenterrightdel
ພາບປະກອບຈາກ: kpl.gov.la.

ຖະໜົນເມືອງເກົ່າ,  ມີຂະໜາດກວ້າງປະມານ 8 ແມັດ,  ປູດ້ວຍຫີນພູ,  ມີຄວາມຍາວປະມານ 787 ແມັດເປັນຖະໜົນທີ່ສະອາດສວຍງາມ ແລະຫົ່ມເຢັນ,  ສອງຂອບທາງປະກອບດ້ວຍຫ້ອງຂາຍນາໆຊະນິດ ເຊັ່ນ:  ຫ້ອງຂາຍເສື້ອຜ້າ,  ຂາຍສິນຄ້າ ແລະເຄື່ອງປະດັບທີ່ມີຄ່າ,  ຫ້ອງຂາຍເຄື່ອງຫັດຖະກຳສຳເລັດຮູບທີ່ເຮັດດ້ວຍມື, ຫ້ອງຂາຍຂະໜົມຂອງຫວານ  ແລະອື່ນໆ ສາລະພັດສິ່ງລວມທັງໝົດມີ 154 ຫ້ອງ,  ແຕ່ໃນເມື່ອກ່ອນແມ່ນມີ 200 ກວ່າຫ້ອງຂາຍ.  ສາເຫດຫ້ອງຂາຍຫລຸດລົງຍ້ອນລັດຖະບານ ບໍ່ໃຫ້ເຂດ  ແລະບໍລິເວນດັ່ງກ່າວ,  ແອອັດ ແລະໜາແໜ້ນຈົນເກີນໄປ.  ໃນປັດຈຸບັນ, ມີຜູ້ຄົນມາທ່ອງທ່ຽວ  ແລະຊື້ສິນຄ້າປະມານ 90.000 ຄົນຕໍ່ມື້,  ແຕ່ຖ້າເປັນວັນສຳຄັນຂອງຊາດ  ແລະເທດສະການຕ່າງໆ  ຈະມີຜູ້ຄົນມາທ່ຽວ ແລະຊື້ສິນຄ້າປະມານ 180.000 ຄົນຕໍ່ວັນ.

ຖະໜົນເມືອງເກົ່າ,  ນອກຈາກເປັນສະຖານທ່ອງທ່ຽວ ຫາຊື້ສິນຄ້າໄດ້ງ່າຍສະດວກສະບາຍແລ້ວ  ຍັງເປັນການສ້າງເສດຖະກິດ,  ສ້າງລາຍໄດ້ໃຫ້ຜູ້ປະກອບການ ແລະເປັນສະຖານທີ່ໄດ້ສຶກສາຮຽນຮູ້ທາງດ້ານປະຫວັດສາດ,  ວັດທະນະທຳ, ວິຖີຊີວິດ ແລະ ບັນດາເຊື້ອເຈົ້າຂຸນນາງທັງຫລາຍ ໃຫ້ຄົນລຸ້ນຫລັງໄດ້ສຶກສາຄົ້ນຄວ້າຮ່ຳຮຽນຕໍ່ໄປຕື່ມອີກ.

ຂ່າວ: ມະນີລັດ