leftcenterrightdel
 

ຕາມ​ຂ່າວ​ຕ່າງປະ​ເທດ, ​ວັນ​ທີ 8 ພະຈິກ, ​ເກີດ​ເຫດ​ແກັດ​ຮົ່ວ​ໄຫລ​ພາຍ​ໃນ​ໂຮງ​ແຮມແຫ່ງ​ໜຶ່ງ​ຂອງ ສ.ອາ​ເມ​ລິ​ກາ ສົ່ງ​ຜົນ​ໃຫ້​ແຂກ​ທີ່​ມາ​ພັກ​ໂຮງ​ແຮມເວສຕິນ ​ລົ້ມ​ປ່ວຍ, ​ເຈົ້າ​ໜ້າ​ທີ່​ກູ້ໄພເມືອງ ​ແນ​ຊວິລ ລັດ​ເທ​ນ​ເນສຊີ ຂອງ​ສ.ອາ​ເມ​ລິ​ກາ ​ເຂົ້າ​ອົບ​ພະຍົບ​ແຂກ​ທີ່​ມາ​ພັກ​ອາ​ໄສໃນ​ໂຮງ​ແຮມດັ່ງກ່າວສົ່ງ​ຜົນ​ໃຫ້ມີ​ຜູ້​ປ່ວຍ 14 ຄົນ, ​ໃນ​ນີ້ 6 ຄົນ​ຕ້ອງ​ເຂົ້າ​ປິ່ນປົວ​ທີ່​ໂຮງໝໍ . ​ສ່ວນ​ສາ​ເຫດ​ຕົ້ນຕໍໃນ​ຄັ້ງ​ນີ້ ​ພວມ​ຢູ່​ລະຫວ່າງການກວດ​ສອບ​ຂອງ​ເຈົ້າ​ໜ້າ​ທີ່.

ເນື້ອໃນ: ຂປລ