ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ອານກາຣາ, ທ່ານ Celik ເນັ້ນໜັກວ່າ “ຂາດຄຸນສົມບັດ” ເມື່ອມີການກ່າວຫາວ່າ ຕວກກີ ແລະຊະອຸດີ ອາຣາເບຍ ດຳເນີນການເຈລະຈາຄືດັ່ງສ່ວນໜຶ່ງໃນການສືບສວນກ່ຽວກັບການເສຍຊີວິດຂອງນັກຂ່າວ Khashoggi, ພ້ອມທັງເວົ້າວ່າ, ອານກາຣາ ມີຄວາມຮັບຜິດຊອບໃນການຊອກຫາມູນຄວາມຈິງຂອງເຫດການນີ້.

leftcenterrightdel
ຕວກກີຖືວ່ານັກຂ່າວ Khashoggi ຖືກສັງຫານແມ່ນຢູ່ໃນ “ແຜນການອັນໂຫດຮ້າຍ”. ພາບ: AFP/TTXVN.

ແລະກໍ່ໃນວັນດຽວກັນ, ທີ່ປຶກສາຂອງປະທານາທິບໍດີຕວກກີ ທ່ານໜຶ່ງໄດ້ປະຕິເສດຄຳຢືນຢັນຂອງ Riyadh ທີ່ວ່າ, ນັກຂ່າວ Khashoggi ຖືກເສຍຊີວິດຍ້ອນເຫດວິວາດຕີກັນ ແລະຖືວ່າຄຳອະທິບາຍນີ້ແມ່ນ “ຖືເບົາ” ຫາງສຽງຂອງໂລກ, ໃນສະພາບຄວາມລະແວງສົງໄສຂອງຝ່າຍຕາເວັນຕົກກ່ຽວກັບບັນດາຄຳອະທິບາຍທີ່ແຕກຕ່າງກັນຂອງຊະອຸດີ ອາຣາເບຍ ເຊິ່ງກ່ຽວຂ້ອງເຖິງການເສຍຊີສິດຂອງນັກຂ່າວ Khashoggi ນັບມື້ນັບເລິກເຊິ່ງ.

ໃນປະຕິກິລິຍາຫຼ້າສຸດ, ວັນທີ 22 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean Yves Le Drian ຖືວ່າ, ຄວນສືບສວນເພື່ອເຮັດແຈ້ງກ່ຽວກັບການເສຍຊີວິດຂອງນັກຂ່າວ Khashoggi. ສ່ວນເຢຍລະມັນ ກ່ອນໜ້ານັ້ນໄດ້ຖະແຫຼງວ່າຢາກຢຸດຕິການສົ່ງອອກອາວຸດໄປຍັງ ຊະອຸດີ ອາຣາເບຍ.

ແຫຼ່ງຄັດຈາກ: vovworld