leftcenterrightdel
ທ່ານ​ນາງ​ ແອນ​ເຈີ​ລາ​ເມີ​ເກ​ລ ນາຍົກລັດຖະມົນຕີ ເຢຍລະ​ມັນ. ພາບ: ສໍານັກຂ່າວສານຫວຽດນາມ.

​ເຖິງ​ແມ່ນ​ວ່າບັນດາ​ບໍລິສັດ​ຜະລິດ​ລົດ​​ໃຫຍ່ພາຍ​ໃນ​ປະ​ເທດຈະ​ຄັດ​ຄ້ານ​. ທ່ານ​ນາງ ​ແອນ​ເຈີລາ​ເມິ​ເກ​ລ ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ ຄຳ​ໝັ້ນ​ສັນຍາ​ຫລຸດຜ່ອນ​ມົນ​ລະ​ພິ​ດອາກາດດັ່ງກ່າວ ອາດຈະ​ສາມາດ​ປະຕິບ​ັດ​ໄດ້ເນື່ອງຈາກສ່ວນ​ໜຶ່ງ​ແມ່ນ​ຂໍ້​ຕົກລົງ​ຂອງ​ເອີຣົບ ຊຶ່ງປະ​ກອບ​ດ້ວຍ​ຂໍ້​ກຳ​ນົດ​ໃນ​ການ​ອະນຸມັດ ໃຫ້ກຸ່ມນີ້ດັດແກ້ຄືນເປົ້າໝາຍການຫລຸດຜ່ອນມົນລະພິດອາກາດໃນປີ 2021. ຂໍ້ຕົກລົງດັ່ງກ່າວ ສາມາດບັນລຸໄດ້ພາຍຫລັງການປຶກສາຫາລືເປັນເວລາດົນນານ ລະຫວ່າງບັນດາລັດຖະມົນຕີສິ່ງແວດລ້ອມ ເອີຣົບ ຢູ່ລຸກຊຳບວກ ກ່ຽວກັບການວາງກຳນົດກາກບອນດີອົກຊິດ ຂອງກຸ່ມນີ້ໃນປີ 2030 ເມື່ອວັນທີ 9 ເດືອນຕຸລາຜ່ານມາ.

ຂ່າວ: ຂປລ