leftcenterrightdel
ທ່ານນາງ Theresa May ນາຍົກລັດຖະມົນຕີອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນຖະແຫຼງການຂອງກະຊວງຮັບຜິດຊອບບັນຫາ Brexit ຂອງອັງກິດ ໄດ້ຍົກອອກມາໃນວັນທີ 5 ຕຸລາ. ວົງການເຈົ້າໜ້າທີ່ ອັງກິດ ຈະຍົກອອກການເລືອກເຟັ້ນເພື່ອຮັບປະກັນຄວາມສົມບູນຂອງລາຊະອານາຈັກອັງກິດ  ແລະການເລືອກເຟັ້ນນັ້ນຈະເໝາະສົມກັບບັນດາຄຳໝັ້ນສັນຍາຂອງວົງການເຈົ້າໜ້າທີ່ປະເທດນີ້ເມື່ອປີ 2017, ໃນນັ້ນຢືນຢັນວ່າຈະບໍ່ມີຮົ້ວກີດຂວາງໃໝ່ໃດໆ ໄດ້ກີດກັ້ນລະຫວ່າງເຂດດິນແດນ ອຽກລັງເໜືອ ແລະສ່ວນທີ່ຍັງເຫຼືອຂອງລາຊະອານາຈັກອັງກິດ, ເວັ້ນເສຍແຕ່ມີຄວາມເຫັນດີຈາກອົງການຄຸ້ມຄອງບໍລິຫານຢູ່ ອຽກລັງເໜືອ.

ອັງກິດ ຈະຖອນອອກຈາກ ອີຢູ ໃນວັນທີ 23 ມີນາ 2019. ເຖິງຢ່າງໃດກໍ່ຕາມ, ອັງກິດ ແລະອີຢູ ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສະບັບໃດເທື່ອຍ້ອນທັດສະນະບໍ່ລົງລອຍກັນໃນບັນຫາຊາຍແດນລະຫວ່າງເຂດດິນແດນ ອຽກລັງເໜືອ ຂຶ້ນກັບອັງກິດ ແລະ ອຽກລັງ ກໍ່ຄືບັນຫາການຄ້າລະຫວ່າງສອງຝ່າຍ.

ແຫຼ່ງຄັດຈາກ vovworld.vn