ອຸບັດຕິເຫດ​ດັ່ງກ່າວເກີດ​ຂຶ້ນ​ຢູ່​ໃກ້​ກັບ​ຖານ​ທັບ​ອາກາດ Beaufort ຂອງ​ກອງ​ກຳລັງ​ທະຫານ​ມາ​ຣິນຂອງ ສ.ອາ​ເມ​ລິ​ກາ ໂດຍ​ທີ່​ນັກ​ບິນ​ສາມາດ​ດີດ​ຕົວ​ອອກ​ຈາກ​ເຮືອບິນ​ໄດ້​ທັນ.

leftcenterrightdel
ພາບປະກອບຈາກ: vientianemai.net.

ໃນ​ຂະນະ​ດຽວ​ກັນ, ໂຄສົກ​ຂອງ​ກອງທັບ​ອາກາດ​ນີ​ເຊຣີ ຢັ້ງຢືນ​ວ່າເຮືອບິນ​ທະຫານ 2 ລຳຂອງ​ນີ​ເຊຣີ ໄດ້​ປະສົບ​ເຫດ​ຕຳ​ກັນ​ໃນ​ເຂດ​ທ້ອງຟ້າ​ເໜືອນ​ນະຄອນຫຼວງ ອາ​ບູ​ຈາ ເມື່ອ​ວັນ​ທີ 28 ກັນຍາ​ທີ່​ຜ່ານ​ມາ. ເຫດການ​ດັ່ງກ່າວ​ເກີດ​ຂຶ້ນໃນ​ຂະນະ​ທີ່​ເຮືອບິນ​ທັງ​ສອງ​ລຳ​ນັ້ນ​ເຂົ້າ​ຮ່ວມການ​ຝຶກ​ຊ້ອມເພື່ອ​ກະກຽມ​ໃຫ້​ແກ່​ການ​ສະ​ເ​ຫຼີມ​ສະຫຼອງ​ວັນຊາດ​ນີ​ເຊຣີ ຄົບຮອບ 58 ປີ.  ຜູ້​ເຫັນ​ເຫດການ​ເລົາ​ວ່າເກີດ​ມີ​ຄວັນ​ພຸ່ງ​ຂຶ້ນ​ຈາກ​ຈອມ​ພູ​ໜ່ວຍ​ໜຶ່ງ ແລະ​ນັກ​ບິນ​ໄດ້​ດີດ​ອອກ​ຈາກ​ຕົວເຮືອບິນ​ດ້ວຍ​ການ​ໂດດ​ຈ້ອງ.

ຂ່າວ: ວຽງຈັນໃໝ່