leftcenterrightdel
ພາບປະກອບຈາກ: vientianemai.net.

ຖະແຫຼງການ​ສະບັບ​ໜຶ່ງຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ອິນ​ເດຍ ຢັ້ງຢືນ​ວ່າລູກ​ສອນ​ໄຟດັ່ງກ່າວ ໄດ້​ຖືກ​ຍິງ​ອອກ​ມາ​ຈາກ​ເຮືອບິນ Su-30 ທີ່​ບິນ​ຂຶ້ນ​ຈາກກາ​ລາຍ​ກຸນ​ດາ ແລະ​ໄດ້​ຍິງ​ຖືກ​ເປົ້າດ້ວຍ​ລະດັບ​ຄວາມ​ຊັດ​ເຈນ​ສູງຕອບ​ສະໜອງ​ໄດ້​ຕາມ​ມາດ​ການ​ທີ່​ວາງ​ອອກ​ມາ.

ຖະແຫຼງການ​ດັ່ງກ່າວລະບຸ​ວ່າ Astra ເປັນ​ລູກ​ສອນ​ໄຟ​ປະເພດ​ທີ່​ດີ​ທີ່​ສຸດຢູ່​ໃນ​ລະບົບ​ອາວຸດ​ປະເພດ​ນີ້ ແລະ​ໄດ້​ຜ່ານ​ການ​ທົດ​ລອງ​ການ​ພັດທະນາ​ມາ​ແລ້ວ 20 ກວ່າ​ເທື່ອ.

ຂ່າວ: ວຽງຈັນໃໝ່