ໜັງສືພິມດັ່ງກ່າວເນັ້ນໜັກວ່າ “ເຈົ້າກະສັດ Salman bin Abdulaziz ສະແດງທ່າທີສະໜັບສະໜູນຕໍ່ຫຼັກໝັ້ນຂອງ ປາແລດສະຕິນ ແລະຮັບປະກັນກັບວົງການການນໍາ Arab ວ່າລາຊະອານາຈັກນີ້ຍັງເຄົາລົບຂໍ້ລິເລີ່ມສັນຕິພາບ Arab 2002, ຕາມນັ້ນແລ້ວຈຶ່ງກໍານົດການສ້າງຕັ້ງລັດປາແລດສະຕິນ ໂດຍອີງໃສ່ບັນດາເສັ້ນຊາຍແດນປີ 1967, ມີນະຄອນຫຼວງແມ່ນ Jerusalem ຕາເວັນອອກ”.

leftcenterrightdel
ປະທານາທິບໍດີອາເມລິກາ Donald Trump ພົບປະກັບທ່ານ Mahmoud Abbas ປະທານາທິບໍດີປາແລດສະຕິນ. ພາບ: Reuters.

ໜັງສືພິມ Haaretz  ໃຫ້ຂ່າວຕື່ມອີກວ່າ, ເຈົ້າກະສັດ Salman bin Abdulaziz  ກໍ່ປະກາດໃຊ້ຄໍາສັ່ງດ່ວນເພື່ອຈັດແບ່ງເງິນຈຳນວນ 80 ລ້ານໂດລາສະຫະລັດໃຫ້ອໍານາດການປົກຄອງລັດປາແລດສະຕິນ ເພື່ອທົດແທນບັນດາຄວາມເສຍຫາຍເມື່ອ ອາເມລິກາ ຕັດເງິນຊ່ວຍເຫຼືອ.

 

ແປໂດຍ: ໄຊນີດາ