ໃນກອງປະຊຸມ ລະຫວ່າງ ຫົວໜ້າກອງເລຂາຄະນະກຳມາທິການ ແມ່ນໍ້າຂອງສາກົນ ແລະ ຜູ້ຕາງໜ້າກະຊວງກະສິກຳ,  ປ່າໄມ້ ແລະ ການປະມົງ ຂອງປະເທດ ຢີ່ປຸ່ນ ໃນວັນທີ 5 ກໍລະກົດ 2018  ທີ່ນະຄອນຫລວງວຽງຈັນ, ປະເທດຢີ່ປຸ່ນ  ໄດ້ສະເໜີການສະໜັບສະໜູນ ໃຫ້ກັບໂຄງການດັ່ງກ່າວ ແລະ ບັນດາກິດຈະກຳ ທີ່ກ່ຽວຂ້ອງທີ່ກຳລັງດຳເນີນຢູ່  ເຊິ່ງຕ້ອງການງົບປະມານຈຳນວນ 1,4 ລ້ານໂດລາສະ ຫະລັດ  ໃນການຈັດຕັ້ງປະຕິບັດ. ໃນໄລຍະເວລາ 4 ປີ  ຂອງ​ໂຄງ​ການແຕ່ປີ 2017- 2021, ລັດຖະບານຢີ່ປຸ່ນ  ຈະສຸມໃສ່ການປັບປຸງໂຄງລ່າງຊົນລະປະທານ  ທີ່ເປັນມິດກັບການເຄື່ອນຍ້າຍຂອງປາ  ເຊິ່ງຈະມີກິດຈະກຳທີ່ກ່ຽວກັບການຕິດຕັ້ງ ໂຄງລ່າງຊົນລະປະທານ, ຕິດຕາມການປ່ຽນແປງ ການນຳໃຊ້ທີ່ດິນກະສິກຳ, ປັບປຸງຖານຂໍ້ມູນຊົນລະປະທານຂອງ  ຄມສ ແລະ ສະໜັບ​ສະ​ໜູນການນຳໃຊ້ ນໍ້າໃຕ້ດິນທີ່ຍືນ​ຍົງ ແລະ ການຄຸ້ມຄອງການຜະລິດພືດ ໃນທົ່ວອ່າງຕອນລຸ່ມ.

leftcenterrightdel
ອ່າງແມ່ນໍ້າຂອງ. ພາບ: nature.org.vn.

ການສະ​ໜັບ​ສະ​ໜູນດັ່ງກ່າວ,  ແມ່ນສອດຄ່ອງກັບແຜນຍຸດທະສາດຂອງ  ຄມສ ສົກປີ 2016–2020  ເຊິ່ງແນໃສ່ຕອ​ບສະໜອງຄວາມຕ້ອງການ ໃນອະນາຄົດ ຂອງອ່າງແມ່ນໍ້າຂອງ ໃນການຂະຫຍາຍຊົນລະປະທານ ແລະ ຮັບມືກັບສິ່ງທ້າທາຍ ໃນການນໍາໃຊ້ນໍ້າໃນອ່າງແມ່ນໍ້າ ຂອງຕອນລຸ່ມໃຫ້ຍືນ​ຍົງ.

ທ່ານ ຟາມ ຕວນ ພານ ຫົວໜ້າກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ ​ກ່າວ​ວ່າ:  ການສະ​ໜັບ​ສະ​ໜູນຂອງລັດຖະບານຢີ່ປຸ່ນ  ຈະຊ່ວຍສ້າງວິທີການທີ່ມີປະສິດທິພາບ ໃນການວາງແຜນຊົນລະປະທານ ແລະ ຊຸກຍູ້ ການປັບປຸງຊີວິດການເປັນຢູ່ ແລະ ຫລຸດຜ່ອນຜົນກະທົບທາງສິ່ງແວດ  ລ້ອມຈາກຊົນລະປະທານໃນອ່າງແມ່ນໍ້າຂອງ.  ລັດຖະບານຢີ່ປຸ່ນແມ່ນຄູ່ຮ່ວມພັດທະນາ ຫລັກໜຶ່ງຂອງ ຄມສ ໂດຍນັບແຕ່ປີ 2001 ເປັນ​ຕົ້ນ​ມາ,  ລັດຖະບານຢີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫລືອລ້າ ຫລາຍກວ່າ 13 ລ້ານໂດລາສະຫະລັດ  ໃຫ້ກັບຫລາຍໂຄງການ, ລວມທັງ​ວຽກ​ງານການຄຸ້ມຄອງນໍ້າ ຖ້ວມ ແລະ ແຫ້ງ ແລ້ງ,  ຊົນລະປະທານ, ການເດີນເຮືອ,  ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງສິ່ງແວດ ລ້ອມ.  ພາຍໃຕ້ການສະ​ໜັບ​ສະ​ໜູນທາງດ້ານການເງິນໃນປັດຈຸບັນ,  ປະເທດຢີ່ປຸ່ນເຊື່ອໝັ້ນວ່າຈະສາມາດສ້າງຄວາມເຂັ້ມແຂງ  ໃຫ້ກັບການພັດທະນາເສດຖະກິດ  ໂດຍຜ່ານວຽກງານກະສິກຳ ແລະ ຊົນລະປະທານ ທີ່ເປັນແຫລ່ງລາຍຮັບຫລັກ  ແລະ ແຫ່ລງສະບຽງອາຫານຂອງຄົນຫລາຍລ້ານຄົນ.

ທ່ານ ຫິດາຟູມິ ມູຣາຊິຕະ ຮອງຫົວໜ້າ ຫ້ອງການຮ່ວມມືປັບປຸງທີ່ດິນ ໃນຕ່າງປະເທດຂອງກະຊວງກະສິກຳ,  ປ່າໄມ້ ແລະ ການປະມົງ ຂອງ​ຍີ່​ປຸ່ນ  ​ກ່າວ​ວ່າ: ການຫລຸດຜ່ອນຄວາມທຸກຍາກ ໂດຍການປັບປຸງຊົນລະປະທານ  ແມ່ນວັດຖຸປະສົງຫລັກ  ຂອງການຮ່ວມມືດ້ານ​ການພັດທະນາ ຂອງລັດຖະບານຢີ່ປຸ່ນ. ພວກເຮົາສະ​ໜັບ​ສະ​ໜູນ  ຄມສ ໃນຂົງເຂດວຽກງານດັ່ງກ່າວ  ກໍຍ້ອນວ່າພວກເຮົາເຊື່ອ ວ່າວຽກງານກະສິກຳແມ່ນປັດໄຈຫລັກ  ໃນການຫລຸດຜ່ອນຄວາມທຸກຍາກ.

ທ້າຍເດືອນຜ່ານມາ, ລັດຖະບານຢີ່ປຸ່ນ  ແລະ ຄມສ ໄດ້ເລີ່ມຈັດຕັ້ງປະຕິບັດການສຶກສາ ກ່ຽວກັບການອະນຸລັກປ່າໄມ້ ແລະ ການຄຸ້ມຄອງອ່າງແມ່ນໍ້າ ໃນອ່າງແມ່ນໍ້າຂອງຕອນລຸ່ມ  ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ອະນຸລັກ ສະພາບແວດລ້ອມຂອງອ່າງດີຂຶ້ນ.  ການສຶກສາດັ່ງກ່າວ ກວມເອົາ 5 ປະເທດໃນອ່າງແມ່ນໍ້າຂອງ  ເຊິ່ງລວມມີກໍາປູເຈຍ, ສປປ ລາວ, ຣາຊະອານາຈັກໄທ, ສສ. ຫວຽດນາມ, ມຽນມາ ແລະ ຄາດວ່າຈະສຳເລັດ ໃນເດືອນມີນາ 2019.

ເນື້ອໃນ: ຂປລ