leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin (ເບື້ອງຊ້າຍ)  ແລະທ່ານປະທານາທິບໍດີອາເມລິກາ Donald Trump (ເບື້ອງຂວາ). ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອຕອບຄໍາຖາມໃນການປະຊຸມຂ່າວຢູ່ ວໍຊິງຕັນ, ທ່ານ  Jon Huntsman ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຫົວຂໍ້ປຶກສາຫາລື ອາດຈະກ່ຽວຂ້ອງເຖິງສະຖຽນລະພາບຍຸດທະສາດ, ບັນດາສົນທິສັນຍາຄວບຄຸມອາວຸດ ແລະເນັ້ນໜັກວ່າ ບັນດາຫົວຂໍ້ນີ້ຈະແມ່ນເນື້ອໃນພົ້ນເດັ່ນຂອງໂຄງການດໍາເນີນງານ. ນອກຈາກນັ້ນ, ສະພາບການ ອູແກຣນ, ການປະທະກັນ ຢູ່ ຊີຣີ ແນ່ນອນວ່າຈະໄດ້ປຶກສາຫາລື. ທ່ານກໍ່ບໍ່ຍົກເລີກຄວາມສາມາດໃນການພົບປະສຸດຍອດອາດຈະມີການປຶກສາຫາລືກ່ຽວກັບການກ່າວຫາ ລັດເຊຍ ວ່າໄດ້ແຊກແຊງເຂົ້າໃນການເລືອກຕັ້ງຂອງ ອາເມລິກາ. ທ່ານ Jon Huntsman ຍັງໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Donald Trump ເຊື່ອໝັ້ນວ່າ ການພົວພັນທີ່ດີກັບ ມົດສະກູ ຈະມີຜົນປະໂຫຍດໃຫ້ທັງ ອາເມລິກາ ແລະລັດເຊຍ. ຕາມແຜນການ, ການນໍາສອງປະເທດຈະມີການພົບປະສຸດຍອດໃນວັນທີ 16 ຈະມາເຖິງ  ເຊິ່ງຈະຈັດຕັ້ງ ຢູ່ Helsinki, ຟິນແລນ.

 

ແປໂດຍ: ທູຈາງ