leftcenterrightdel

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Jim Mattis. ພາບປະກອບຈາກ Reuters

ກ່າວຄຳເຫັນທີ່ການເຈລະຈາ 3 ຝ່າຍກັບຄູ່ຕຳແໜ່ງ ສ.ເກົາຫຼີ ແລະຍີ່ປຸ່ນ ຢູ່ນອກກອງປະຊຸມ Shangri La ຢູ່ສິງກະໂປ, ທ່ານ Mattis ຖືວ່າ, ເສັ້ນທາງພາໄປເຖິງບັນດາການເຈລະຈາແມ່ນ “ບໍ່ມີຄວາມສະດວກ” ແລະຄວນຮັກສາທັດສະນະປ້ອງກັນ, ຮ່ວມມື, ແຂງກະດ້າງເພື່ອໃຫ້ບັນດານັກການທູດສາມາດເຈລະຈາດ້ວຍທີ່ຕັ້ງຢ່າງແຮງໃນຈຸດເວລາສຳຄັນນີ້. ຕາມນັ້ນແລ້ວ, ບັນດາປະເທດມະຫາອຳນາດຄວນສືບຕໍ່ປະຕິບັດທຸກມະຕິລົງໂທດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ມີຕໍ່ ສປປ.ເກົາຫຼີ. ທ່ານເນັ້ນໜັກວ່າ, ພຽງແຕ່ຫຼຸດຜ່ອນບັນດາມາດຕະການລົງໂທດ “ເມື່ອ ສປປ.ເກົາຫຼີ ສະແດງໃຫ້ເຫັນບັນດາການກະທຳອາດສາມາດພິສູດໄດ້ ແລະ ບໍ່ສາມາດຕ່າວປິ້ນທິດທາງມຸ່ງໄປເຖິງການປອດນິວເຄຼຍ”.

ແຫຼ່ງຄັດຈາກ vovworld.vn