ເຂົ້າຮ່ວມພິທີເດີນສວນສະໜາມປີນີ້ ມີຜູ້ເຂົ້າຮ່ວມກວ່າ 13.000 ຄົນ, 33 ກຸ່ມກ້ອນເດີນຂະບວນ, 159 ກົມກອງອາວຸດພ້ອມກັບອາວຸດຍຸດທະພັນ, ເຮືອບິນ ແລະຍົນເອລີກົບແຕ 75 ລໍາ.

leftcenterrightdel
ທ່ານປະທານາທິບໍດີ Vladimir Putin ກ່າວປາໄສໄຂພິທີເດີນສວນສະໜາມວັນໄຊຊະນະ. ພາບ: TASS.

ໃນບົດກ່າວປາໄສຂອງຕົນ, ທ່ານປະທານາທິບໍດີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດລັດເຊຍ Vladimir Putin ເນັ້ນໜັກວ່າ: “ຍ້ອນມີກອງທັບໂຊຫວຽດ, ລັດທິຟາດຊິດ ຈຶ່ງຖືກບຸກຕີໃຫ້ປະລາໄຊ, ທຸກການເຄື່ອນໄຫວທີ່ໂຫດຫ້ຽມ ແລະປ່າເຖື່ອນໄດ້ສິ້ນສຸດລົງ”. ທ່ານ Vladimir Putin ໃສ່ໃຈວ່າ, ວັນໄຊຊະນະສໍາລັບປະຊາຊົນລັດເຊຍ ແມ່ນວັນບຸນຂອງຄວາມເອກອ້າງທະນົງໃຈຂອງປະເທດຊາດ ແລະແມ່ນຄວາມຊົງຈໍາທີ່ອຳມະຕະກ່ຽວກັບບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດ ໃນການຕໍ່ສູ້ຕ້ານລັດທິຟາດຊິດ. 

 

ແປໂດຍ: ທູຈາງ