leftcenterrightdel
ອາເມລິກາ ແລະ NATO ເພີ່ມທະວີການມີໜ້າຢູ່ມະຫາສະມຸດອັດລັງຕິກ. ພາບ: russianinsight.com

ເນື້ອໃນຕົ້ນຕໍຂອງແຜນການນີ້ ໄດ້ຮັບການຮັບຮອງເອົາໃນການປະຊຸມຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ NATO ໃນເດືອນກຸມພາຜ່ານມາ. ໃນການປະຊຸມຄັ້ງນີ້, NATO ໄດ້ປະກາດແຜນການກໍ່ສ້າງກອງບັນຊາການພະລາທິການໃໝ່ ແລະກອງບັນຊາການກ່ຽວກັບບັນດາການເຄື່ອນໄຫວຢູ່ມະຫາສະມຸດອັດລັງຕິກ ແລະມະຫາສະມຸດອາກຕິກ. ຕາມທ່ານ Johnny Michael,  ໂຄສົກທໍານຽບຫ້າແຈແລ້ວ, ກອງບັນຊາການທະຫານເຮືອຫຼັງໃໝ່ຂອງ NATO ຈະແມ່ນ “ປັດໄຈຕົ້ນຕໍຂອງຄວາມໝັ້ນຄົງຂ້າມມະຫາສະມຸດອັດລັງຕິກ”. ສໍານັກງານກອງບັນຊາການມະຫາສະມຸດອັດລັງຕິກຂອງ NATO ຈະຕັ້ງຢູ່ນະຄອນ Norfolk, ລັດ Virginia ຂອງອາເມລິກາ. ວົງການນັກຊ່ຽວຊານໃຫ້ຮູ້ວ່າ, ເລື່ອງສ້າງຕັ້ງບັນດາກອງບັນຊາການໃໝ່ນີ້ເປັນຂີດໝາຍເປີດກວ້າງຂອບຂະໜາດຄັ້ງທໍາອິດຂອງ NATO ໃນຮອບເວລາ 2 ທົດສະວັດຜ່ານມາ.

 

ແປໂດຍ: ທູຈາງ