leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump (ເບື້ອງຊ້າຍ) ແລະການນໍາ ສປປ ເກົາຫຼີ Kim Jong-un (ເບື້ອງຂວາ). ພາບ: KCNA-AP.

ການພົບປະໄດ້ດໍາເນີນພາຍຫຼັງໜຶ່ງປີ ເມື່ອຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ແຫຼມເກົາຫຼີ ຢ່າງຕໍ່ເນື່ອງທີ່ກ່ຽວຂ້ອງເຖິງ ພຽງຢາງ ທົດລອງອາວຸດນິວເຄຼຍ ແລະລູກສອນໄຟນໍາວິຖີ ສາມາດຍິງໄປເຖິງທະວີບອາເມລິກາ.

ຕາມສໍານັກຂ່າວສານ Yonhap ແລ້ວ, ໃນການພົບປະກັບວົງການເຈົ້າໜ້າທີ່ ສ.ເກົາຫຼີ ໃນເດືອນມີນາ ຜ່ານມາ, ການນໍາ ສປປ ເກົາຫຼີ Kim Jong-un ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະຫັນເປັນການປອດນິວເຄຼຍຢູ່ ສປປ ເກົາຫຼີ ແລະສະແດງຄວາມຫວັງຢາກພົບປະກັບທ່ານປະທານາທິບໍດີອາເມລິກາ Donald Trump ຍິ່ງໄວກໍ່ຍິ່ງດີ. ທ່ານປະທານາທິບໍດີອາເມລິກາ ໄດ້ຮັບຄໍາເຊີນນີ້. ທໍານຽບຂາວໃຫ້ຮູ້ວ່າ, ວົງການເຈົ້າໜ້າທີ່ອາເມລິກາ ແລະສປປ ເກົາຫຼີ ປັດຈຸບັນພວມດໍາເນີນບັນດາການເຮັດວຽກແບບປິດລັບ ເພື່ອແນໃສ່ກະກຽມໃຫ້ແກ່ການພົບປະຄັ້ງສຸດຍອດຈະມາເຖິງ. ມາຮອດປະຈຸບັນ, ເວລາ ແລະສະຖານທີ່ລະອຽດຂອງການພົບປະຍັງບໍ່ທັນກໍານົດເທື່ອ.

 

ແປໂດຍ: ທູຈາງ