ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າທີ່ມາຈາກ 69 ປະເທດສະມາຊິກ ແລະຕາງໜ້າບາງປະເທດ, ອົງການຈັດຕັ້ງພາກພື້ນ, ສາກົນທີ່ເປັນນັກສັງເກດການຂອງ NAM. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ດັ້ງດິ່ງກຸ໋ຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງດິ່ງກຸ໋ຍ ເນັ້ນໜັກວ່າ, ເພື່ອຫຼີກລ້ຽງບັນດາໄພເກີດການປະທະກັນ, ເກີດສົງຄາມ, ຄວນຊຸກຍູ້ແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີ, ລະງັບໃຈບໍ່ນໍາໃຊ້ອາວຸດ ຫຼື ນາບຂູ່ນໍາໃຊ້ກຳລັງອາວຸດ. 

leftcenterrightdel
ທ່ານ ດັ້ງດິ່ງກຸ໋ຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງລັດຖະມົນຕີ ດັ້ງດິ່ງກຸ໋ຍ ຢືນຢັນວ່າ, ພ້ອມກັບບັນດາປະເທດອາຊຽນ, ຫວຽດນາມ ຍາມໃດກໍ່ເຄົາລົບ ແລະຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ. ສໍາລັບບັນຫາທະເລຕາເວັນອອກ, ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍຄວນລະງັບໃຈ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ເຄົາລົບບັນດາວິວັດທະນາການທາງການທູດ, ນິຕິກໍາ, ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີລັກສະນະຜູກມັດ ແລະມີປະສິດທິຜົນໂດຍໄວ.

ກອງປະຊຸມໄດ້ຮັບຮອງເອົາເອກະສານຂອງກອງປະຊຸມລັດຖະມົນຕີ, ໃນນັ້ນຮຽກຮ້ອງແກ້ໄຂການຂັດແຍ່ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ຄັດຄ້ານບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວ, ຮຽກຮ້ອງໃຫ້ຢຸດຕິການຂວໍ້າບາດ ສໍາລັບ ກູບາ, ສະໜັບສະໜູນບັນດາສິດຊອບທໍາຂອງຊາວ ປາແລສຕິນ....

ແປໂດຍ: ຮວ່າງເຈື່ອງ