ທ່ານນາງ ຫງວຽນເຟືອງງາ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ, ນຳໜ້າຄະນະຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM.

leftcenterrightdel
ທ່ານນາງ ຫງວຽນເຟືອງງາ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ

ກ່າວຄຳເຫັນໄຂກອງປະຊຸມ, ເວເນຊູເອລາ, ປະທານຂະບວນການບໍ່ຮ່ວມກຸ່ມ ຮຽກຮ້ອງເພີ່ມທະວີຄວາມສາມັກຄີ, ເອກະພາບ, ເສີມຂະຫຍາຍບົດບາດຕັ້ງໜ້າຂອງຂະບວນການໃນການກໍ່ສ້າງໂລກໃໝ່, ມີຄວາມສະເໝີພາບ, ປະຊາທິປະໄຕກວ່າອີກ, ຮັບປະກັນຜົນປະໂຫຍດຂອງບັນດາປະເທດພວມພັດທະນາ.

ບັນດາເຈົ້າໜ້າທີ່ອາວຸໂສໄດ້ປຶກສາຫາລືບັນດາເນື້ອໃນສຳຄັນຂອງຮ່າງເອກະສານສະບັບສຸດທ້າຍທີ່ຈະຍື່ນສະເໜີຕໍ່ກອງປະຊຸມຂັ້ນລັດຖະມົນຕີພິຈາລະນາ, ຮັບຮອງເອົາດ້ວຍບັນດາເນື້ອໃນສຳຄັນ ຄື: ການປະຕິບັດບັນດາໂຄງການດຳເນີນງານໃຫຍ່ຂອງສະຫະປະຊາຊາດ, ບັນດາບັນຫາກ່ຽວກັບຄວາມໝັ້ນຄົງ ແລະຫຼຸດຜ່ອນອາວຸດ, ກົດໝາຍສາກົນ, ແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີ, ຮັກສາສັນຕິພາບ…

 

ແປໂດຍ: ຮຸຍດົງ