ໃນສະພາບບັນດາການປະທະກັນລະຫວ່າງຄົນ ປາແລດສະຕິນ ແລະກໍາລັງປ້ອງກັນຄວາມສະຫງົບ ອິດສະຣາແອນ ຢູ່ເຂດ ກາຊາ, ໃກ້ກັບຊາຍແດນ ອິດສະຣາແອນ ໃນວັນດຽວກັນເຮັດໃຫ້ໜ້ອຍສຸດມີຊາວ ປາແລດສະຕິນ ເສຍຊີວິດ 16 ຄົນ ແລະຜູ້ຖືກບາດເຈັບ 1.400 ຄົນ. ທ່ານເອກອັກຄະລັດຖະທູດ Kuwait ຢູ່ສະຫະປະຊາຊາດ Mansour Al-Otaibi ໃຫ້ຮູ້ວ່າ, Kuwait ໄດ້ສະເໜີສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມ ແລະສະກັດກັ້ນ ອິດສະຣາແອນ ດໍາເນີນການໃຊ້ຄວາມຮຸນແຮງແກ່ຄົນ ປາແລດສະຕິນ.

leftcenterrightdel
ການປະທະກັນລະຫວ່າງຄົນ ປາແລດສະຕິນ ແລະກໍາລັງປ້ອງກັນຄວາມສະຫງົບ ອິດສະຣາແອນ ຢູ່ເຂດ ກາຊາ ໃນວັນທີ 30 ມີນາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດຮັບຜິດຊອບບັນດາບັນຫາການເມືອງ Taye Brook Zerihoun ຖືວ່າ, ສະພາບການຢູ່ເຂດ ກາຊາ ສາມາດຊົ່ວຮ້າຍລົງໃນຊຸມວັນຕໍ່ໜ້າ, ພ້ອມທັງຮຽກຮ້ອງບັນດາຝ່າຍລະງັບໃຈ. ຕາມທ່ານແລ້ວ, ອິດສະຣາແອນ ຕ້ອງຮັກສາຄວາມຮັບຜິບຊອບຕາມກົດໝາຍມະນຸດສະທໍາ ແລະສິດທິມະນຸດສາກົນ.

 

ແປໂດຍ: ເກື່ອງດັ້ງ