ວັນທີ 14 ມີນາ, ພາຍຫຼັງບັນດາຄໍາກ່າວເຕືອນ, ທ່ານນາງ Theresa May  ນາຍົກລັດຖະມົນຕີ ອັງກິດ ໄດ້ເນລະເທດນັກການທູດລັດເຊຍ ປະຈໍາ ອັງກິດ ຈໍານວນ 23 ຄົນ ແລະຢຸດຕິການເຄື່ອນໄຫວພົບປະທາງການທູດຂັ້ນສູງກັບ ລັດເຊຍ ຢ່າງເປັນທາງການ.

ກ່າວຄໍາເຫັນຕໍ່ສະພາແຫ່ງຊາດ ອັງກິດ, ທ່ານນາງ Theresa May  ນາຍົກລັດຖະມົນຕີອັງກິດ ໃຫ້ຮູ້ວ່າ, ລັດເຊຍ ບໍ່ມີປະຕິກິລິຍາໃດຕໍ່ຂໍ້ສະເໜີຂອງທ່ານນາງ Theresa May ວ່າຮຽກຮ້ອງຕ້ອງອະທິບາຍກ່ຽວກັບເລື່ອງສານເຄມີແຕ່ສະໄໝສະຫະພາບ ໂຊວຽດ ທີ່ມີຊື່ວ່າ Novichok ເຊິ່ງໄດ້ກວດພົບໃນກໍລະນີວາງຢາເບື່ອນັກສືບຂ່າວສອງຝ່າຍຊາວລັດເຊຍ Sergei Skripal. ສະນັ້ນ, ນັກການທູດລັດເຊຍຈໍານວນ 23 ຄົນ ເຊິ່ງ ອັງກິດ ຖືວ່າເປັນນັກສືບຂ່າວຈະຕ້ອງອອກຈາກປະເທດ ອັງກິດ ໃນໄລຍະເວລາ 1 ອາທິດ.

leftcenterrightdel
ຕາມທ່ານນາງ Theresa May ນາຍົກລັດຖະມົນຕີ ອັງກິດ ແລ້ວ, ນັກການທູດ ລັດເຊຍ ຈໍານວນ 23 ຄົນ ເຊິ່ງ ອັງກິດ ຖືວ່າເປັນນັກສືບຂ່າວຈະຕ້ອງອອກຈາກປະເທດ ອັງກິດ ໃນໄລຍະເວລາ 1 ອາທິດ. ພາບ: CBC.

ຕໍ່ໜ້າຂໍ້ຕົກລົງດັ່ງກ່າວຂອງ ອັງກິດ, ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າໄດ້ຮັບບັນຊີລາຍຊື່ພາລະກອນຖືກເນລະເທດ ແລະຈະມີມາດຕະການຕອບໂຕ້ທີ່ເໝາະສົມໂດຍໄວ. ກ່ອນໜ້ານັ້ນ, ສະຖານທູດລັດເຊຍ ປະຈໍາ ອັງກິດ ປະກາດວ່າຂໍ້ຕົກລົງຂອງອັງກິດໃນການເນລະເທດບັນດານັກການທູດ ລັດເຊຍ ແມ່ນ “ບາດກ້າວທີ່ບໍ່ມອງກວ້າງເຫັນໄກ, ບໍ່ເໝາະສົມ ແລະບໍ່ສາມາດຮັບຮູ້ໄດ້”.

ໃນການປະຊຸມດ່ວນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ດໍາເນີນໃນວັນດຽວກັນ, ທ່ານ Vassily Nebenzia  ເອກອັກຄະລັດຖະທູດ ລັດເຊຍ ປະຈໍາ ສະຫະປະຊາຊາດ ກໍ່ຢືນຢັນວ່າການສົງໄສຂອງ ອັງກິດ "ແມ່ນບໍ່ສາມາດຮັບຮູ້ໄດ້”, ພ້ອມທັງຮຽກຮ້ອງໃຫ້ອັງກິດ ຍົກອອກພະຍານຫຼັກຖານຖືກຕ້ອງຊັດເຈນ. ທ່ານຢືນຢັນວ່າບໍ່ສາມາດກ່າວຫາ ລັດເຊຍ ຢືນຫຼັງກໍລະນີວາງຢາເບື່ອດັ່ງກ່າວໂດຍບໍ່ມີຫຼັກຖານໄດ້.

 

ແປໂດຍ: ຮວ່າງເຈື່ອງ