ທ່ານໄດ້ໃຫ້ຄຳຕອບຄືແນວນັ້ນ ເມື່ອໄດ້ຖາມກ່ຽວກັບອາຍຸການດຳລົງຕຳແໜ່ງປະທານາທິບໍດີລັດເຊຍ ອາດຈະໄດ້ຮັບການປັບປຸງ ຫຼື ບໍ່.

leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການພົວພັນລະຫວ່າງລັດເຊຍ - ອາເມລິກາ ນັ້ນ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ວ່າ, ຍາມໃດ ລັດເຊຍ ກໍ່ພ້ອມແລ້ວທີ່ຈະປຶກສາຫາລືບໍ່ວ່າບັນຫາໃດໆກັບອາເມລິກາ, ເຖິງວ່ານັ້ນແມ່ນບັນດາບັນຫາກ່ຽວຂ້ອງເຖິງລູກສອນໄຟ, ອີນເຕີແນັດ ຫຼື ບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ແລະຮຽກຮ້ອງໃຫ້ອາເມລິກາ ຕ້ອງມີທ່າທາງຄ້າຍຄືກັນ. ທ່ານໄດ້ເນັ້ນໜັກວ່າ, ລັດເຊຍ ແລະອາເມລິກາ ຕ້ອງປຶກສາຫາລືນຳກັນ ແລະແກ້ໄຂທຸກບັນຫາ. ການນຳລັດເຊຍ ກໍ່ເນັ້ນໜັກວ່າ, ຝ່າຍອາເມລິກາ ຕ້ອງຮັບຜິດຊອບກ່ຽວກັບຄວາມເຄັ່ງຕຶງຂອງການພົວພັນລະຫວ່າງ 2 ປະເທດໃນປະຈຸບັນ.

ແຫຼ່ງຄັດຈາກ vovworld.vn