ໃນນັ້ນບັນດາຜູ້ມີສິດເລືອກຕັ້ງປະເທດນີ້ ຈະປ່ອນບັດເພື່ອຄັດເລືອກເອົາບັນດາສະມາຊິກສະພາແຫ່ງຊາດ ແລະຜູ້ແທນຂອງສະພາປະຊາຊົນຂັ້ນແຂວງ. ກ່າວຄໍາເຫັນໃນລາຍການໂທລະພາບທີ່ມີຊື່ວ່າ “ໂຕະມົນ”, ທ່ານນາງ Alina Balseiro, ປະທານ CEN ໃຫ້ຮູ້ວ່າ, ຜູ້ມີສິດເລືອກຕັ້ງກວ່າ 8 ລ້ານຄົນໃນທ່ົວປະເທດໄດ້ຈົດທະບຽນເຂົ້າຮ່ວມປ່ອນບັດ. ໃນຂະນະນັ້ນ, ມີ 24.470 ສະຖານທີ່ປ່ອນບັດໄດ້ຮັບການຈັດວາງໃນທົ່ວປະເທດເພື່ອຕ້ອນຮັບບັນດາຜູ້ມີສິດເລືອກຕັ້ງໄປເລືອກເອົາສະມາຊິກສະພາແຫ່ງຊາດແມ່ນ 605 ຄົນ ແລະຜູ້ແທນຂອງ 15 ສະພາປະຊາຊົນຂັ້ນແຂວງແມ່ນ 1.265 ຄົນ.

leftcenterrightdel
ຜູ້ມີສິດເລືອກຕັ້ງ ກູບາ  ປ່ອນບັດຢູ່ສະຖານທີ່ເລືອກຕັ້ງ ຢູ່ Havana ໃນວັນທີ 26 ພະຈິກ 2017. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Balseiro ໃຫ້ຮູ້ຕື່ມວ່າ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງທ່ົວປະເທດໃນທ້າຍອາທິດແລ້ວນັ້ນ ບັນລຸໄດ້ບັນດາໝາກຜົນທີ່ໜ້າເພິ່ງພໍໃຈ, ກໍ່ຄືຍົກອອກບັນດາມາດຕະການເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນການກວດຜ່ານທີ່ຜ່ານມາ.

ແປໂດຍ: ທູຈາງ