ເອກະສານປະຫວັດສາດສະບັບນີ້ຫາກໍ່ໄດ້ຮັບລົງນາມ, ເຊິ່ງເປັນຂີດໝາຍຄວາມປອງດອງທໍາອິດລະຫວ່າງ ອົດສະຕາລີ ແລະຕີມໍຕາເວັນອອກ ຕາມສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ໃນຖະແຫຼງການສະບັບໜຶ່ງທີ່ຍົກອອກໃນວັນທີ 7 ມີນາ, ທ່ານນາງ Julie Bishop, ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ໃຫ້ຮູ້ວ່າ, Canberra ໄດ້ຊົມເຊີຍເລື່ອງລົງນາມໃນສົນທິສັນຍາກຳນົດເຂດແດນຢູ່ທະເລປະຫວັດສາດ ລະຫວ່າງອົດສະຕາລີ ແລະ ຕີມໍຕາເວັນອອກ, ຕາມນັ້ນແລ້ວ, ຢຸດຕິການໂຕ້ຖຽງກັນທີ່ແກ່ຍາວກ່ຽວຂ້ອງເຖິງເຂດແດນທະເລລະຫວ່າງສອງປະເທດ ຢູ່ທະເລຕີິມໍ. ທ່ານນາງ Julie Bishop ເນັ້ນໜັກວ່າ: "ສົນທິສັນຍາ ແມ່ນຂໍ້ຕົກລົງປະຫວັດສາດ" ເປີດໄລຍະໃໝ່ໃນການພົວພັນສອງຝ່າຍ. ສົນທິສັນຍາ ໄດ້ຊີ້ແຈ້ງເຂດແດນນ່ານທະເລທີ່ຍາວນານລະຫວ່າງສອງປະເທດກໍ່ຄືໃຫ້ອະນຸຍາດໃຫ້ພ້ອມກັນພັດທະນາ ແລະຄຸ້ມຄອງບໍ່ແຮ່ອາຍແກັສ Greater Sunrise”.

leftcenterrightdel
ທ່ານນາງ Julie Bishop, ລັດຖະມົນຕີກະຊວງການຕ່າງປະເທດອົດສະຕາລີ ພ້ອມກັບ ທ່ານ Leste Agio Pereira, ຮອງລັດຖະມົນຕີຮັບຜິດຊອບບັນຫາການກຳນົດເຂດແດນທະເລຂອງ ຕີມໍຕາເວັນອອກ. ພາບ: baotintuc.vn.

ໃນຂະນະນັ້ນ, ທ່ານ Leste Agio Pereira ຮອງລັດຖະມົນຕີຮັບຜິດຊອບບັນຫາການກຳນົດເຂດແດນທະເລຂອງ ຕີມໍຕາເວັນອອກ ກໍ່ຊົມເຊີຍ “ຂໍ້ຕົກລົງຍຸດຕິທຳ” ສະບັບນີ້.

 

ແປໂດຍ: ທູຈາງ