leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນຕໍ່ວົງການການນຳສື່ມວນຊົນ ລັດເຊຍ ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ: “ໃນໄລຍະນີ້, ການປັບປຸງສາຍພົວພັນ 2 ຝ່າຍ ບໍ່ຂຶ້ນກັບ ລັດເຊຍ ຫາກຂຶ້ນກັບຝ່າຍ ອາເມລິກາ. ບໍ່ຮູ້ວ່າ ອາເມລິກາ ຈະຮັບຮູ້ໄດ້ຫຼືບໍ່ວ່າພາຍຫຼັງທຸກສິ່ງທຸກຢ່າງ, ເຂົາເຈົ້າກໍ່ເອົາໃຈໃສ່ເຖິງເລື່ອງປັບປຸງການພົວພັນກັບ ລັດເຊຍ ຄືເອົາໃຈໃສ່ເຖິງຜົນປະໂຫຍດແຫ່ງຊາດຂອງເຂົາເຂົ້າ?”.

ນອກນັ້ນ, ທ່ານ Putin ກໍ່ຖະແຫຼງວ່າບັນດາຄຳກ່າວຫາຂອງ ວໍຊິງຕັນ ວ່າ ມົດສະກູ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ນັ້ນແມ່ນໄຮ້ເຫດຜົນຢ່າງສິ້ນເຊິງ. ທ່ານ Putin ຫວັງວ່າ ອຳນາດການປົກຄອງ ວໍຊິງຕັນ ຈະຮັບຮູ້ໄດ້ວ່າ ບັນດາຄຳກ່າວຫາຄືດັ່ງກ່າວພວມກໍ່ຄວາມເສຍຫາຍເຖິງຜົນປະໂຫຍດຂອງ ອາເມລິກາ.

ແຫຼ່ງຄັດຈາກ: vovworld.vn