ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຄື: ການພົບປະເຈລະຈາລະຫວ່າງບັນດາພັກດ້ວຍຖານະແມ່ນໜຶ່ງໃນບັນດາກົນໄກພັດທະນາການພົວພັນລະຫວ່າງລັດເຊຍ ແລະບັນດາປະເທດອາຊຽນ, ບົດບາດຂອງບັນດາພັກການເມືອງໃນການພັດທະນາຮ່ວມມືເສດຖະກິດ ແລະປົກປັກຮັກສາອະທິປະໄຕແຫ່ງລັດ, ສະກັດກັ້ນການແຊກແຊງເຂົ້າວຽກງານພາຍໃນບັນດາປະເທດມີອະທິປະໄຕ. ບັນດາຜູ້ແທນເນັ້ນໜັກວ່າບົດບາດສໍາຄັນຂອງບັນດາພັກການເມືອງ, ພິເສດແມ່ນບັນດາພັກກໍາອໍານາດ ແລະເຂົ້າຮ່ວມການບໍລິຫານໃນເລື່ອງຊຸກຍູ້ການພົວພັນລະຫວ່າງບັນດາປະເທດໃນທຸກຂົງເຂດ. ຢືນຢັນວ່າຜືນແຜ່ນດິນອັນຄົບຖ້ວນ ແລະອະທິປະໄຕຂອງບັນດາປະເທດແມ່ນສັກສິດ, ກອງປະຊຸມຄັດຄ້ານການແຊກແຊງຈາກພາຍນອກເຂົ້າວຽກງານພາຍໃນຂອງບັນດາປະເທດຢ່າງແຮງ.

leftcenterrightdel
ທ່ານ ຫງວຽນຕ໋ວນຟອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງເຂົ້າຮ່ວມກອງປະຊຸມໂຕະມົນ. ພາບ: TTXVN. 

ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ນໍາສະເໜີບົດປະກອບຄໍາເຫັນ ແລະຕັ້ງໜ້າປະກອບສ່ວນເຂົ້າໃນບັນດາເນື້ອໃນຂອງກອງປະຊຸມ, ພົບປະກັບບັນດາພັກການເມືອງເຂົ້າຮ່ວມກອງປະຊຸມ ແລະມີການເຮັດວຽກສະເພາະກັບການນໍາພັກປະເທດລັດເຊຍເອກະພາບ, ແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນສາມັກຄີມິດຕະພາບລະຫວ່າງສອງພັກ ແລະສອງລັດກວ່າອີກ.



ແປໂດຍ: ເກື່ອງດັ້ງ