ໃນສະພາບການປະທະກັນຢູ່ປະເທດນີ້ພວມກ້າວເຂົ້າສູ່ໄລຍະເປັນບາດລ້ຽວພາຍຫຼັງທ່ານອະດີດປະທານາທິບໍດີ Ali Abdullah Saleh ເຖິງແກ່ມໍລະນະກຳ. ກ່າວຄຳເຫັນທີ່ກອງປະຊຸມລັບກ່ຽວກັບສະພາບການຢູ່ Yemen, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳສະຫະປະຊາຊາດ Koro Bessho ໃຫ້ຮູ້ວ່າ, ບັນດາສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ທຸກຝ່າຍຫຼຸດຜ່ອນຄວາມເຄັ່ງຕຶງ, ສືບຕໍ່ເຂົ້າຮ່ວມ ແລະພົບປະໂດຍບໍ່ມີເງື່ອນໄຂເຂົ້າໃນວິວັດທະນາການດ້ານການເມືອງ ໂດຍສະຫະປະຊາຊາດເປັນຜູ້ລິເລີ່ມ, ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວ.

leftcenterrightdel
ທ່ານອະດີດປະທານາທິບໍດີ Ali Abdullah Saleh. ພາບ: PRI

ກໍ່ຕາມທ່ານເອກອັກຄະລັດຖະທູດຍີ່ປຸ່ນແລ້ວ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ “ກ່າວປະນາມຢ່າງຮຸນແຮງ” ບັນດາເຫດບຸກໂຈມຕີດ້ວຍລູກຈະຫຼວດແນໃສ່ຊະອຸດີ ອາຣາເບຍ.

ແຫຼ່ງຄັດຈາກ: VOVWORLD