leftcenterrightdel
 ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura. ພາບປະກອບຈາກ TTXVN

ຄຳຢັ້ງຢືນດັ່ງກ່າວຖືກຍົກອອກມາພາຍຫຼັງທີ່ມີຂ່າວວ່າ ລັດຖະບານ ຊີຣີ ຈະບໍ່ເຂົ້າຮ່ວມຮອບເຈລະຈາຄັ້ງທີ 8 ນີ້ກ່ອນນັ້ນໜຶ່ງວັນ, ໄດ້ປົກຄຸມໄປດ້ວຍເງົາເມືດໃນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 6 ປີຢູ່ຊີຣີ. ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວ, ໂຄສົກຂອງສະຫະປະຊາຊາດ Alessandra Vellucci ໃຫ້ຮູ້ວ່າ, ປະຈຸບັນ ຄະນະຜູ້ແທນຂອງລັດຖະບານຊີຣີ ຍັງບໍ່ທັນມາຮອດ ສະວິດເທື່ອ, ແຕ່ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura ໄດ້ຮັບແຈ້ງວ່າ, ຄາດວ່າ ເຂົາເຈົ້າອາດຈະມາ ສະວິດ ໃນວັນທີ 29 ພະຈິກ.

ແຫຼ່ງຄັດຈາກ vovworld.vn