leftcenterrightdel
   IAEA: ອີຣານ ເຄົາລົບທຸກກຳນົດໃນຂໍ້ຕົກລົງດ້ານນິວເຄຼຍ (ພາບປະກອບ: Reuters/TTXVN)

ກ່າວຄຳເຫັນທີ່ການປະຊຸມຂ່າວ, ເນື່ອງໃນໂອກາດກອງປະຊຸມປະຈຳໄຕມາດຂອງຄະນະການນຳ IAEA ຢູ່ວຽນ, ທ່ານ Yukiya Amano ຜູ້ອຳນວຍການໃຫຍ່ IAEA ໃຫ້ຮູ້ວ່າ, ທຸກຄຳໝັ້ນສັນຍາກ່ຽວຂ້ອງເຖິງບັນຫານິວເຄຼຍ ເຊິ່ງອີຣານ ໄດ້ເຫັນດີລ້ວນແຕ່ພວມໄດ້ຮັບການປະຕິບັດ ແລະອົງການນີ້ຂອງສະຫະປະຊາຊາດ ໄດ້ສຳພັດກັບບັນດາຮາກຖານນິວເຄຼຍ ຂອງອີຣານ ທັງໝົດ. ແຈ້ງການດັ່ງກ່າວແມ່ນກົງກັນຂ້າມກັບຫຼັກໝັ້ນຂອງອາເມລິກາ ເມື່ອເດືອນ ຕຸລາ ທີ່ຖືວ່າ, ອີຣານ ບໍ່ປະຕິບັດບັນດາມາດຕາຂອງຂໍ້ຕົກລົງ.

ແຫຼ່ງຄັດຈາກ: vovworld.vn