ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງທາງທະເລຢູ່ພາກພື້ນ, ບັນດາຜູ້ແທນເນັ້ນໜັກເຖິງຄວາມສໍາຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ, ການປະຕິບັດກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982, ໃນບັນດາເຂດທະເລຢູ່ພາກພື້ນ... ຕໍ່ໜ້າສະພາບການນັ້ນ, ກອງປະຊຸມເຫັນດີເປັນເອກະພາບນຳກັນວ່າບັນດາປະເທດໃນພາກພື້ນຄວນສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັນແກ້ໄຂສິ່ງທ້າທາຍຕ່າງໆທີ່ວາງອອກແບບສັງລວມ, ມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ໄລ່ສະເພາະແຕ່ຕົ້ນປີ 2019, ກອງປະຊຸມກາງສະໄໝຄັ້ງທີ 11 ຂອງກຸ່ມ ARF ກ່ຽວກັບຄວາມໝັ້ນຄົງທາງທະເລແມ່ນການເຄື່ອນໄຫວທີ 3 ໃນຂອບເຂດ ARF ໂດຍຫວຽດນາມຈັດຕັ້ງກ່ຽວກັບຫົວຂໍ້ຄວາມໝັ້ນຄົງທາງທະເລ. ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ສືບຕໍ່ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບພ້ອມກັບການເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມໃນການຊຸກຍູ້ການເຈລະຈາ, ການຮ່ວມມືໃນບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງທາງທະເລ. ທີ່ກອງປະຊຸມ, ບັນດາຜູ້ແທນລ້ວນແຕ່ຕີລາຄາສູງບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງຄະນະຫວຽດນາມ, ແບ່ງປັນ ແລະເຫັນດີເປັນເອກະພາບກັບການຕີລາຄາ, ມາດຕະການຕ່າງໆໂດຍຄະນະຫວຽດນາມ ສະເໜີ, ໃນນັ້ນມີການກວດກາ, ຊັບຊ້ອນ ແລະຈັດຕັ້ງຄືນໃໝ່ບັນດາກົນໄກຮ່ວມມືທາງທະເລທີ່ມີຢູ່ແລ້ວໃນພາກພື້ນແນໃສ່ຍົກສູງປະສິດທິຜົນ ແລະຫຼີກເວັ້ນສະພາບທັບຊ້ອນກັນ.

ຕາມຂໍ້ກໍານົດ, ບັນດາໝາກຜົນ ແລະຂໍ້ສະເໜີທີ່ໄດ້ເຫັນດີເປັນເອກະພາບຢູ່ກອງປະຊຸມກາງສະໄໝຄັ້ງນີ້ຈະລາຍງານຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ARF ເຊິ່ງຄາດວ່າຈະດໍາເນີນໃນທ້າຍເດືອນ ພຶດສະພາ 2019 ຢູ່ໄທ.

ໂດຍ: ເຈິ່ນຮວ່ຽນ