ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນການກໍານົດທິດສ້າງຮ່າງຖະແຫຼງການວິໄສທັດອາຊຽນ ກ່ຽວກັບ “ການພົວພັນຄູ່ຮ່ວມມືເພື່ອຄວາມຍືນຍົງ”, ວາງອອກທິດທາງຊຸກຍູ້ການຮ່ວມມືເພື່ອແນໃສ່ກໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມຍືນຍົງໃນທຸກແງ່ມູມ.

ຕໍ່ກັບສະພາບການຮ່ວມມືທາງທະເລຢູ່ພາກພື້ນ ໄດ້ດໍາເນີນນັບມື້ນັບຟົດຟື້ນ ແລະອຸດົມສົມບູນ, ກອງປະຊຸມໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບດໍາເນີນການກວດກາຄືນພາລະບົດບາດ, ໜ້າທີ່, ວິທີການເຄື່ອນໄຫວແນໃສ່ຍົກສູງບົດບາດ, ປະສິດທິຜົນຂອງເວທີປາໄສກ່ຽວກັບທະເລອາຊຽນ (AMF) ແລະທະເລອາຊຽນເປີດກວ້າງ (EAMF)ໃຫ້ຫຼາຍກວ່າອີກ.

leftcenterrightdel
ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ດໍາເນີນຢູ່ນະຄອນ ຊຽງລາຍ, ປະເທດໄທ. ພາບ: hanoimoi.com.vn.

ກອງປະຊຸມໄດ້ແລກປ່ຽນ ແລະກ້າວໄປເຖິງຄວາມເຫັນດີເປັນເອກະພາບກ່ຽວກັບບັນດາເນື້ອໃນສໍາຄັນ, ໃນນັ້ນສືບຕໍ່ບົດບາດໃຈກາງ, ໝູນໃຊ້ ແລະເສີມຂະຫຍາຍບັນດາກົນໄກ, ເວທີປາໄສ ໂດຍອາຊຽນ ສ້າງຕັ້ງ ແລະຊັກຈູງເພື່ອຊຸກຍູ້ການເຈລະຈາ, ຮ່ວມມືແນໃສ່ກໍ່ສ້າງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແຫ່ງສັນຕິພາບ, ການຮ່ວມມື ແລະພັດທະນາວັດທະນາຖາວອນ, ປະຕິບັດຕາມບັນດາຫຼັກການລວມ ຄື: ຄວາມໂປ່ງໃສ, ກວມລວມ, ເຄົາລົບເອກະລາດ, ອໍານາດອະທິປະໄຕ ແລະບໍ່ແຊກແຊງ,  ເຄົາລົບນັບຖືກົດໝາຍ...

ໂດຍ: ທູຈາງ