ທີ່ວາລະໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈໍາ ສະຫະປະຊາຊາດ (ສປຊ) ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການຂາດຄວາມສະເໝີພາບທີ່ເກີດຂຶ້ນຢູ່ໃນແຕ່ລະປະເທດ ແລະລະຫວ່າງບັນດາປະເທດ. ຍ້ອນເຫດນັ້ນ, ກາລະໂອກາດສໍາຜັດກັບການບໍລິການດ້ານສາທາລະນະສຸກ, ວຽກເຮັດງານທໍາຂອງແຕ່ລະປະເທດຍັງບໍ່ສະໝ່ຳສະເໝີຍ້ອນມີຄວາມແຕກຕ່າງກັນກ່ຽວກັບຍິງ-ຊາຍ, ການແຕກຕ່າງກັນລະຫວ່າງຊົນນະບົດ ແລະຕົວເມືອງ ກໍ່ຄືຫຼາຍປັດໄຈອື່ນໆ. ໃນຂະນະນັ້ນ, ບັນດາສິ່ງທ້າທາຍ ຄື: ການປ່ຽນແປງຂອງດິນຟ້າອາກາດ, ໂລກພະຍາດ, ໄພທໍາມະຊາດ, ສິ່ງແວດລ້ອມຊຸດໂຊມນັບມື້ນັບເພີ່ມຂຶ້ນຢູ່ຫຼາຍບ່ອນໃນໂລກ ໄດ້ນາບຂູ່ເຖິງຄວາມມານະພະຍາຍາມລວມມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງສາຍພົວພັນ ແລະຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງບັນດາບັນຫາເຊິ່ງໂລກພວມປະເຊີນໜ້າ, ຮຽກຮ້ອງໃຫ້ມີການສໍາຜັດຢ່າງຮອບດ້ານ ແລະສົມທົບນະໂຍບາຍຢ່າງຄົບ​ຊຸດ ເພື່ອແນໃສ່ແກ້ໄຂແງ່ມູມທັງໝົດຂອງການຂາດຄວາມສະເໝີພາບ.

leftcenterrightdel
ວາລະປະຊຸມ ຄັ້ງທີ 57 ຂອງ ECOSOC ດໍາເນີນໄປແຕ່ວັນທີ 11 ຮອດວັນທີ 21 ກຸມພາ 2019. ພາບ: nhandan.com.vn.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ຢືນຢັນຄໍາໝັ້ນສັນຍາຂອງອາຊຽນ ກ່ຽວກັບການຍົກສູງຄຸນນະພາບໃນການດຳລົງຊີວິດຂອງຜູ້ມີອາຍຸສູງ, ຄົນພິການ, ເດັກນ້ອຍ, ແມ່ຍິງ, ຊາວໜຸ່ມ ຜ່ານບັນດາໂຄງການ, ຂໍ້ລິເລີ່ມຢ່າງແທດຈິງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຊີ້ແຈ້ງປະສິດທິຜົນຂອງການຮ່ວມມືລະຫວ່າງອາຊຽນ ແລະ ສປຊ  ຜ່ານການເຈລະຈາ, ແບ່ງປັນບົດຮຽນ, ວິຊາສະເພາະ... ຜ່ານນັ້ນ, ຢັ້ງຢືນຄວາມໝາຍຢ່າງແທດຈິງຂອງການຮ່ວມມື ແລະການໜູນຊ່ວຍເຊິ່ງກັນ ແລະກັນເພື່ອພ້ອມກັນສູ້ຊົນປະຕິບັດໃຫ້ສໍາເລັດບັນດາຄາດໝາຍທີ່ໄດ້ວາງອອກໃນໂຄງການດໍາເນີນງານ 2030.

ໂດຍ: ທູຈາງ