ກ່າວຄໍາເຫັນທີ່ການເຈລະຈາ, ທ່ານ ເລຮວ່າຍຈູງ ຢືນຢັນວ່າ ຫວຽດນາມ ຮັບຮູ້ການທົບທວນຕາມກົນໄກ UPR ແມ່ນການປະຕິບັດພັນທະຂອງປະເທດສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ພ້ອມທັງແມ່ນກາລະໂອກາດເພື່ອແນະນໍາກັບປະຊາຄົມສາກົນນະໂຍບາຍສະເໝີຕົ້ນສະເໝີປາຍ, ມານະພະຍາຍາມ ແລະຜົນງານກ່ຽວກັບການປົກປ້ອງ ແລະຊຸກຍູ້ສິດທິມະນຸດຢູ່ຫວຽດນາມ, ເຈລະຈາກັບບັນດາຄູ່ຮ່ວມມືສາກົນເພື່ອຊຸກຍູ້ການຮ່ວມມືສາກົນໃນຂົງເຂດສິດທິມະນຸດ.

leftcenterrightdel
ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ:  ສໍານັກຂ່າວສານຫວຽດນາມ.

ກອງປະຊຸມ UPR ກ່ຽວກັບຫວຽດນາມໄດ້ຮັບຄວາມເອົາໃຈໃສ່ສູງຈາກປະເທດຕ່າງໆດ້ວຍ 122 ປະເທດ ເຂົ້າຮ່ວມກອງປະຊຸມ ແລະກ່າວຄໍາເຫັນ. ບັນດາປະເທດໄດ້ຮັບຮູ້ບັນດານະໂຍບາຍ, ຄວາມມານະພະຍາຍາມ ແລະຜົນງານຂອງຫວຽດນາມ ໃນການຮັບປະກັນສິດທິມະນຸດ, ປະຕິບັດບັນດາຂໍ້ສະເໜີແນະ UPR ຢ່າງເຂັ້ມງວດ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ສັງຄົມ, ວັດທະນະທຳ, ຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະສິດຂອງແມ່ຍິງ, ເດັກນ້ອຍ, ຄົນພິການ, ຄົນຊົນເຜົ່າສ່ວນໜ້ອຍ...

ກຸ່ມປະຕິບັດງານກ່ຽວກັບ UPR ຈະປະຊຸມໃນຕອນບ່າຍວັນທີ 25 ມັງກອນ ເພື່ອພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບຜົນການທົບທວນ UPR ສໍາລັບຫວຽດນາມ ຍື່ນສະເໜີຕໍ່ສະພາສິດທິມະນຸດສະຫະປະຊາຊາດ ຮັບຮອງເອົາຢ່າງເປັນທາງການໃນເດືອນມິຖຸນາ 2019.

ໂດຍ: ຄໍາແພງ