ທີ່ກອງປະຊຸມ, ສອງຝ່າຍໄດ້ຢັ້ງຢືນຄໍາໝັ້ນສັນຍາເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະອີຢູ ຢ່າງແຮງ. ກ່ຽວກັບການກໍານົດທິດການພົວພັນ ອາຊຽນ-ອີຢູ ໃນໄລຍະຈະມາເຖິງ, ບັນດາປະເທດເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດ ຄື: ເສດຖະກິດ-ການຄ້າ-ການລົງທຶນ, ການເຊື່ອມຕໍ່, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ການຕ້ານການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ… ສອງຝ່າຍກໍ່ເຫັນດີເປັນເອກະພາບຍູ້ແຮງບັນດາຄວາມມານະພະຍາຍາມມຸ່ງໄປເຖິງສັນຍາການຄ້າເສລີ ອາຊຽນ-ອີຢູ ບົນພື້ນຖານບັນດາສັນຍາການຄ້າເສລີສອງຝ່າຍລະຫວ່າງອີຢູ ກັບບັນດາປະເທດອາຊຽນ.

leftcenterrightdel
ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະຫວຽດນາມໄດ້ເຂົ້າຮ່ວມ ແລະປະກອບຄຳເຫັນຢ່າງຕັ້ງໜ້າໃນບັນດາວາລະປຶກສາຫາລື, ກໍ່ຄືໃນວິວັດການສ້າງເອກະສານຖະແຫຼງການຮ່ວມຂອງກອງປະຊຸມ. ກ່າວຄໍາເຫັນກ່ຽວກັບບັນດາຂົງເຂດບຸລິມະສິດໃນການຮ່ວມມື ອາຊຽນ-ອີຢູ ປີ 2019, ທ່ານ ຫງວຽນກວກຢູງ ສະເໜີທິດທາງ ແລະມາດຕະການຍູ້ແຮງການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດ ເຊິ່ງອາຊຽນມີຄວາມຕ້ອງການ ແລະອີຢູມີທ່າແຮງ.

ໂດຍ: ຫງວຽນຈາງ