leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ສອງຝ່າຍໄດ້ຢັ້ງຢືນຄໍາໝັ້ນສັນຍາເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່່າງອາຊຽນ ແລະອີຢູ ຢ່າງແຮງ, ໂດຍເນັ້ນໜັກເຖິງລັກສະນະພິເສດຂອງການພົວພັນລະຫວ່າງສອງອົງການຈັດຕັ້ງຂອງພາກພື້ນ ຊຶ່ງໄດ້ຮັບການຕີລາຄາວ່າປະສົບຜົນສໍາເລັດທີ່ສຸດ, ເໝືອນດັ່ງບັນດາຄູ່ຮ່ວມມືໃນການຮ່ວມສໍາພັນ”. ກ່ຽວກັບການກໍານົດທິດການພົວພັນລະຫວ່າງອາຊຽນ - ອີຢູ ໃນໄລຍະຈະມາເຖິງ, ບັນດາປະເທດເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສົນໃຈ ແລະເພື່ອຜົນປະໂຫຍດລວມຄືເສດຖະກິດ-ການຄ້າ-ການລົງທຶນ, ການເຊື່ອມຕໍ່, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ການຕ້ານການກໍ່ການຮ້າຍ... ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງບັນດາຄວາມມານະພະຍາຍາມມຸ່ງໄປສູ່ສັນຍາການຄ້າເສລີອາຊຽນ-ອີຢູ, ບົນພື້ນຖານບັນດາສັນຍາການຄ້າເສລີສອງຝ່າຍລະຫວ່າງອີຢູ ກັບບັນດາປະເທດອາຊຽນ.

ແຫຼ່ງຄັດຈາກ: vovworld.vn.