ດ້ວຍຫົວຂໍ້ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມຍືນຍົງ” ຂອງອາຊຽນ ປີ 2019, ກອງປະຊຸມເຫັນດີເປັນເອກະພາບຈະຜັນຂະຫຍາຍຫຼາຍຂໍ້ລິເລີ່ມ, ຂໍ້ສະເໜີໃນບັນດາຂົງເຂດຮ່ວມມືທີ່ແຕກຕ່າງກັນ. ຕາມນັ້ນແລ້ວ, ໃນປີ 2019, ບັນດາປະເທດຈະຍູ້ແຮງຄວາມມາພະຍາຍາມຮັບປະກັນສັນຕິພາບ, ຄວາມໝັ້ນຄົງແບບຍືນຍົງ, ຮັບມືກັບບັນດາສິ່ງທ້າທາຍທີ່ບໍ່ແມ່ນການທະຫານຢ່າງມີປະສິດທິຜົນ.

leftcenterrightdel
ລັດຖະມົນຕີການຕ່າງປະເທດອາຊຽນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 10 ປະເທດອາຊຽນ ແລະເລຂາທິການໃຫຍ່ອາຊຽນ. ພາບ: phapluatxahoi.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ສະແດງໃຫ້ເຫັນຄວາມພ້ອມໃນການສົມທົບກັບ ໄທ ປະຕິບັດສໍາເລັດການຊຸກຍູ້ບັນດາຫົວຂໍ້ໃນປີ 2019. ທ່ານ ຟ້າມບິ່ງມິງ ສະເໜີ ອາຊຽນ ຖືຄວາມສາມັກຄີ, ເຫັນດີເປັນເອກະພາບ ແລະບົດບາດໃຈກາງແມ່ນບຸລິມະສິດເປັນຂໍກະແຈ, ລຸລ່ວງ, ກໍານົດທິດໃຫ້ແກ່ທຸກການເຄື່ອນໄຫວ.

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າ, ເຖິງວ່າມີຄວາມຄືບໜ້າຈໍານວນໜຶ່ງແລ້ວກໍ່ຕາມ, ແຕ່ສະພາບການຢູ່ພູມີປະເທດຕົວຈິງຍັງເກີດມີການຜັນແປຢ່າງສັບສົນ, ການເຄື່ອນໄຫວຫັນເປັນການທະຫານ ສືບຕໍ່ເພີ່ມຂຶ້ນ. ສະນັ້ນ, ສະເໜີ ອາຊຽນ ຮັກສາຄວາມສາມັກຄີ, ມີສຽງເວົ້າລວມ, ມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນບົນພື້ນຖານບັນດາຫຼັກການທີ່ໄດ້ເຫັນດີເປັນເອກະພາບແລ້ວ, ໃນນັ້ນມີການລະງັບໃຈ ແລະບໍ່ຫັນເປັນການທະຫານ, ປະຕິບັດ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສູ້ຊົນບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ໂດຍ: ໄຊຊະນະ