ນັບແຕ່ວັນທີ 1 ມັງກອນ 2019, ໄທ ໄດ້ຮັບຕໍາແໜ່ງເປັນປະທານອາຊຽນ ປີ 2019 ຢ່າງເປັນທາງການ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງນີ້ມີຄວາມໝາຍເປີດສາກໃຫ້ປີເປັນປະທານຂອງ ໄທ. ພາຍໃຕ້ຫົວຂໍ້ “ຍູ້ແຮງສາຍພົວພັນຄູ່ຮ່ວມມື ເພື່ອຄວາມໝັ້ນຄົງ”, ໄທ ໄດ້ສະເໜີຫຼາຍບຸລິມະສິດ, ຂໍ້ລິເລີ່ມເພື່ອຊຸກຍູ້ອາຊຽນໃຫ້ມີຄວາມໝັ້ນຄົງທຸກດ້ານ, ນັບທັງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງກໍຄືເສດຖະກິດ, ວັດທະນະທໍາ, ສັງຄົມ ແລະສິ່ງແວດລ້ອມ. ບົນພື້ນຖານບັນດາຂໍ້ສະເໜີ, ຂໍ້​ລິ​ເລີ່ມນີ້, ບັນດາລັດຖະມົນຕີການຕ່າງປະເທດຈະມີການປຶກສາຫາລືກ່ຽວກັບບັນດາຈຸດສຸມ, ບຸລິມະສິດໃນການຮ່ວມມືຂອງອາຊຽນໃນປີ 2019. ບັນດາລັດຖະມົນຕີກໍຄາດຄະເນຈະແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ. ພາບ: dangcongsan.vn.

ແລກປ່ຽນກ່ຽວກັບສາຍພົວພັນການຕ່າງປະເທດຂອງອາຊຽນ, ບັນດາເຈົ້າໜ້າທີ່ອາວຸໂສໄດ້ກວດກາຄືນແຜນການເຄື່ອນໄຫວກັບບັນດາຄູ່ຮ່ວມມືໃນປີ 2019, ໃນນັ້ນມີການຈັດຕັ້ງກອງປະຊຸມທຸກຂັ້ນ ຄື: ກອງປະຊຸມຂັ້ນສູງສະເຫຼີມສະຫຼອງອາຊຽນ-ສ.ເກົາຫຼີ ເຊິ່ງຄາດຄະເນຈະຈັດຕັ້ງໃນທ້າຍປີ 2019 ຢູ່ ສ.ເກົາຫຼີ. ກອງປະຊຸມເຫັນດີເປັນເອກະສັນຄວນຮັກສາບົດບາດເປັນໃຈກາງຂອງອາຊຽນ, ຮັບປະກັນຂັ້ນຕອນ ແລະລະບຽບການຂອງອາຊຽນ ໃນສາຍພົວພັນກັບບັນດາຄູ່ຮ່ວມມື. ກອງປະຊຸມກໍສືບຕໍ່ແລກປ່ຽນກ່ຽວກັບການກໍ່ສ້າງວິທີປະພຶດລວມຕໍ່ກັບບັນດາຍຸດທະສາດ, ຂໍ້ລິເລີ່ມຮ່ວມມືໃນພາກພື້ນທີ່ໄດ້ເອົາມາໃນໄລຍະຜ່ານມາ.

ໂດຍ: ເກື່ອງດັ້ງ