ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະສະພາວິສາຫະກິດລັດເຊຍ - ອາຊຽນ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເພື່ອສ້າງພື້ນຖານໃຫ້ແກ່ການຮ່ວມມືໃນອະນາຄົດ. ຂໍ້ມູນຂ່າວດັ່ງກ່າວໂດຍທ່ານ Danuyar Akkaziyev - ຜູ້ອໍານວຍການບໍລິຫານສະພາວິສາຫະກິດ “ລັດເຊຍ - ອາຊຽນ” ກ່າວຄໍາເຫັນຢູ່ນອກກອງປະຊຸມຄະນະກໍາມະການ ໄທ - ລັດເຊຍ ກ່ຽວກັບການຮ່ວມມືສອງຝ່າຍ, ເຊິ່ງໄດ້ດໍາເນີນໃນວັນທີ 27 ທັນວາ ຢູ່ ໄທ.

leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin ຖ່າຍຮູບພ້ອມກັບບັນດາການນໍາອາຊຽນ ທີ່ກອງປະຊຸມຂັ້ນສູງລັດເຊຍ - ອາຊຽນ ຢູ່ ສິງກະໂປ ເຊິ່ງດໍາເນີນໃນວັນທີ 14 ພະຈິກ 2018. ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ທ່ານ Akkaziyev ກໍໄດ້ເນັ້ນໜັກເຖິງຄວາມໝາຍຂອງບົດບັນທຶກຊ່ວຍຈໍາກ່ຽວກັບຄວາມເຂົ້າໃຈເຊິ່ງກັນ ແລະກັນໂດຍສະພາວິສາຫະກິດ ລັດເຊຍ - ອາຊຽນ ແລະສະພາໃຫ້ຄໍາປຶກສາດໍາເນີນທຸລະກິດອາຊຽນ ໄດ້ລົງນາມໃນກອງປະຊຸມດໍາເນີນທຸລະກິດ ແລະລົງທຶນ ອາຊຽນ (ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 12 – 13 ພະຈິກ ຢູ່ ສິງກະໂປ). ຕາມທ່ານ Akkaziyev ແລ້ວ, ຜົນຂອງການພົບປະຄັ້ງຜ່ານມາຢູ່ ສິງກະໂປ ແມ່ນປະສົບຜົນສໍາເລັດຢ່າງຈົບງາມ, ໃນນັ້ນ, ອາຊຽນ ແລະຄະນະກໍາມະການເສດຖະກິດອາຊີ - ເອີຣົບ ກໍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານເສດຖະກິດ. ນີ້ແມ່ນຂັ້ນຕອນທໍາອິດເພື່ອແນໃສ່ສ້າງຕັ້ງການຮ່ວມມືອັນແທດຈິງລະຫວ່າງວົງການດໍາເນີນທຸລະກິດສອງຝ່າຍ.

 

ແຫຼ່ງຄັດຈາກ: vovworld.vn