leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ທ່ານ ອາ​ອູນ ປອນ​ໂມ​ນີ​ໂຣດ ໃຫ້​ຮູ້​ວ່າເສດຖະກິດ​ກຳປູເຈຍ ຄາດ​ວ່າ​ຈະ​ເຕີບ​ໂຕ 7,1% ໃນ​ປີ 2019 ໂດຍ​ຈະ​ຍົກ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະເທດ (GDP) ຂອງ​ປະເທດ​ນີ້​ຂຶ້ນ​ສູ່ 27,2 ຕື້​ໂດ​ລາ​ສະຫະລັດ. GDP ສະເລ່ຍ​ຕໍ່ຫົວ​ຄົນ​ຂອງ​ກຳປູເຈຍ ຄາດ​ວ່າ​ຈະ​ບັນລຸ 1.706 ໂດ​ລາ​ສະຫະລັດ/ຄົນ/ປີ ໃນ​ປີ 2019 ເພີ່ມ​ຂຶ້ນ 9,1% ເມື່ອ​ທຽບໃສ່​ປີ 2018.

ພື້ນຖານ​ເສດຖະກິດ​ກຳປູເຈຍ ຕົ້ນຕໍ​ແມ່ນ​ອີງໃສ່​ການເຄື່ອນໄຫວສົ່ງ​ອອກ​ສິນຄ້າ​ຕັດຫຍິບ, ການ​ກໍ່ສ້າງ ແລະ​ອະສັງຫາລິມະ​ຊັບຕະຫຼອດ​ຮອດ​ການທ່ອງທ່ຽວ ແລະກະສິກຳ.

ຂ່າວ: ວຽງຈັນໃໝ່