ທີ່ກອງປະຊຸມ, ບັນດາທ່ານລັດຖະມົນຕີເຫັນດີເປັນເອກະສັນຄົ້ນຄວ້າບັນດາຂໍ້ລິເລີ່ມຊຸກຍູ້ການຮ່ວມມືກ່ຽວກັບກໍາລັງຄວາມສາມາດຜະລິດ, ເຊື່ອມຕໍ່ໃນພາກພື້ນ, ການຄ້າ, ພະລັງງານ, ພາສີ, ສາທາລະນະສຸກ, ການສຶກສາ ແລະກໍ່ສ້າງແລວທາງພັດທະນາເສດຖະກິດ MLC; ພ້ອມທັງຜັນຂະຫຍາຍບັນດາໂຄງການໃໝ່ເພື່ອແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ; ຍົກສູງປະສິດທິຜົນການເຄື່ອນໄຫວຂອງ MLC...

leftcenterrightdel
ລັດຖະມົນຕີການຕ່າງປະເທດບັນດາປະເທດ ຖ່າຍຮູບເປັນທີ່ລະນຶກ. ພາບ: infonet.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກ MLC ໃນການຜັນຂະຫຍາຍຖະແຫຼງການ San Ya ແລະແຜນການດໍາເນີນງານ 5 ປີ MLC; ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະການປະກອບຢ່າງມີປະສິດທິຜົນຂອງຫວຽດນາມ ໃນການຮ່ວມມື MLC ໂດຍເລີ່ມມາຈາກຄວາມປາດຖະໜາຢາກໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະສ້າງຄວາມສະໜິດຕິດພັນລະຫວ່າງບັນດາພື້ນຖານເສດຖະກິດ.

ທ່ານ ຟ້າມບິ່ງມິງ ເນັ້ນໜັກເຖິງບາງການເຄື່ອນໄຫວຄວນໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງລວມມີ: ແກ້ໄຂຂໍ້ຕິດຂັດໃນການຈາລະຈອນສິນຄ້າລະຫວ່າງບັນດາປະເທດ, ຊຸກຍູ້ການເປີດປະຕູຕະຫຼາດຈີນ ໃຫ້ແກ່ບັນດາປະເພດຜະລິດຕະພັນກະເສຂອງບັນດາປະເທດແມ່ນໍ້າຂອງ, ໜູນຊ່ວຍວິສາຫະກິດເຂົ້າໃຈແຈ້ງກ່ຽວກັບບັນດາຂໍ້ກໍານົດ ນໍ້າເຂົ້າ-ສົ່ງອອກ ທີ່ກ່ຽວຂ້ອງກວ່າອີກ; ໜູນຊ່ວຍການຖ່າຍທອດເຕັກໂນໂລຢີຊ່ວຍໃຫ້ບັນດາປະເທດແມ່ນໍ້າຂອງພັດທະນາແນວພັນເຂົ້າ ແລະທັນຍາຫານທີ່ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ; ເພີ່ມທະວີການຮ່ວມມືຄຸ້ມຄອງຊາວຜູ້ອອກແຮງງານຜ່ານຊາຍແດນ...

ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາຖະແຫຼງຂ່າວຮ່ວມຂອງກອງປະຊຸມ.

ໂດຍ: ທູຈາງ