ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າບັນຫາຢາເສບຕິດຜິດກົດໝາຍໃນໂລກ ສືບຕໍ່ແມ່ນໜຶ່ງໃນບັນດາຄວາມວິຕົກກັງວົນໃຫຍ່ທີ່ສົ່ງຜົນສະທ້ອນເຖິງຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງທັງສາມປະເທດ, ອັນໄດ້ຮຽກຮ້ອງບັນດາປະເທດຕ້ອງແບ່ງປັນຄວາມຮັບຜິດຊອບລວມ ແລະມາດຕະການຕ່າງໆເພື່ອແນໃສ່ເພີ່ມທະວີການຮ່ວມມື, ຈໍາກັດການຊື້ຂາຍ ແລະນໍາໃຊ້ຢາເສບຕິດຢູ່ແຕ່ລະປະເທດຢ່າງສຸດຂີດ.

ກອງປະຊຸມເຫັນດີເປັນເອກະພາບສຸມໃສ່ທຸກຄວາມມານະພະຍາຍາມ ແນໃສ່ປະຕິບັດວິໄສທັດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ບໍ່ມີຢາເສບຕິດຫຼັງປີ 2015 ແລະຄາດໝາຍປົກປ້ອງປະຊາຄົມອາຊຽນ ຕ້ານ ແລະສະກັດກັ້ນຢາເສບຕິດຜິດກົດໝາຍ, ບໍ່ຜ່ອນສັ້ນຜ່ອນຍາວກັບຢາເສບຕິດ, ບໍ່ຍອມຮັບທ່າອ່ຽງຖືການນໍາໃຊ້ຢາເສບຕິດແມ່ນຖືກຕ້ອງຕາມກົດໝາຍ, ຢຶດໝັ້ນວິວັດທະນາການວິໄສທັດອາຊຽນຫຼັງປີ 2015 ແລະຖືນີ້ແມ່ນຄາດໝາຍຂອງທັງສາມປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ກໍ່ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືກັບບັນດາປະເທດອາຊຽນ, ຕັ້ງໜ້າຕິດພັນກັບກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບບັນຫາຢາເສບຕິດເພື່ອຍາດແຍ່ງການໜູນຊ່ວຍ, ການຮ່ວມມືຂອງບັນດາປະເທດອາຊຽນ ແລະບັນດາຂອບເຂດການຮ່ວມມືຫຼາຍຝ່າຍອື່ນ ໃຫ້ແກ່ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ເພື່ອຕ້ານ   ແລະສະກັດກັ້ນອາດຊະຍາກໍາເວົ້າລວມ ແລະອາດຊະຍາກໍາຢາເສບຕິດເວົ້າສະເພາະ; ເຫັນດີເປັນເອກະສັນຕັ້ັງໜ້າຮ່ວມມືຕາມບົດບັນທຶກຂໍ້ຕົກລົງຮ່ວມມືກ່ຽວກັບການຄວບຄຸມຢາເສບຕິດໃນອະນຸພາກພື້ນແມ່ນໍ້າຂອງ (MOU 1993).

ກອງປະຊຸມ ກໍ່ເຫັນດີສືບຕໍ່ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຍົກສູງຄວາມຮັບຮູ້ຂອງປະຊາຊົນ 3 ປະເທດ, ພິເສດແມ່ນເຂດຊາຍແດນກ່ຽວກັບໄພອັນຕະລາຍ ແລະບັນດາສິ່ງທ້າທາຍຂອງໄພຢາເສບຕິດຕໍ່ສັງຄົມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ກອງປະຊຸມໃນຄັ້ງນີ້ຈະສືບຕໍ່ຊຸກຍູ້ ແລະເພີ່ມທະວີສາຍພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 3 ປະເທດ, ປະກອບສ່ວນສໍາຄັນເຂົ້າໃນການເຄື່ອນໄຫວຕ້ານ ແລະສະກັດກັ້ນຢາເສບຕິດລວມຂອງພາກພື້ນ ແລະໂລກ.

ໂດຍ: ທູຈາງ