leftcenterrightdel
ພາບປະກອບຈາກ: kpl.gov.la.

ໃນ​ວັນ​ທີ 15 ພະຈິກ​ປີ​ນີ້ຫລັງ​ຈາກທ່ານ ລິ້ມຈ໋ອກຮອຍ, ​ເລ​ຂາ​ທິການສະມາຄົມ​ປະຊາ​ຊາດ​ແຫ່ງອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ​ແລະທ່ານ ຕີກຣານ ຊາກ​ຊຽນ, ປະທານ​ຝ່າຍ​ບໍລິຫານຂອງ​ສະຫະພາບເສດຖະກິດຢູ​ເຣ​ເຊຍ (ອີ​ເອອີ​ຢູ) ລົງ​ນາມຮ່ວມກັນໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈດ້ານ​ການຮ່ວມມື​ທາງ​ການ​ຄ້າລະຫວ່າງ​ກອງ​ປະຊຸມອາ​ຊຽນ+ຣັດ​ເຊຍ ຄັ້ງທີ 3 ​ໂດຍ​ມີ​ຜູ້ນຳ 10 ປະ​ເທດ ອາ​ຊຽນ ​ແລະທ່ານ ວາ​ລາ​ດີ​ເມຍປູ​ຕິນ, ປະທານາທິບໍດີຣັດ​ເຊຍ ​ເຂົ້າຮ່ວມເປັນ​ສັກ​ຄີ​ພິຍານ​ຢ່າງ​ເປັນ​ທາງ​ການ./.

ຂ່າວ: ຂປລ